ສະພາແຫ່ງຊາດ ສືບຕໍ່ປຶກສາຫາລື ກ່ຽວກັບ ເສດຖະກິດ - ສັງຄົມ

ສະພາແຫ່ງຊາດ ສືບຕໍ່ປຶກສາຫາລື ກ່ຽວກັບ ເສດຖະກິດ - ສັງຄົມ - ảnh 1
ທ່ານ Danh Ut ສ.ສ.ຊ ​ແຂວງ ກຽນ​ຢາງ (ພາບ: quochoi)


(vovworld)- ​ໃນ​ມື້​ເຮັດ​ວຽກ​ທີ່ 9 ຂອງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ່ 4 ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ່ 13, ຕອນ​ບ່າຍ​ວັນ​ທີ 31/10, ສະພາ​ແຫ່ງ​ຊາດໄດ້ ປຶກສາຫາລືສະພາບ​ການ​ປະຕິບັດ​ແຜນ​ງົບປະມານ​ແຫ່ງ​ລັດ​ປີ 2012; ແຜນ​ງົບປະມານ​ແຫ່ງ​ລັດ​ ​ແລະ ວິທີ​ການຈັດ​ແບ່ງ​ງົບປະມານ​ສູນ​ກາງ​ປີ 2013. ​ໃນ​ປີ 2012, ຄາດ​ຄະ​ເນ​ວ່າ ລາຍ​ຮັບ​ງົບປະມານ​ໄດ້​ບັນລຸ​ຕາມ​ຄາດໝາຍ, ຮັບປະກັນ​ບັນດາ​ໜ້າ​ທີ່​ລາຍ​ຈາ​ຍ ​ແລະ ຮັກສາ​ລະດັບ​ລາຍ​ຈາ​ຍ​ເກີນ​ດູ​ນ 4,8% GDP (​ເທົ່າ​ກັບ 162.000 ຕື້​ດົ    ງ) ສາມາດ​ບັນລຸ​ຕາມ​ຄາດໝາຍ​ທີ່ ສະພາ​ແຫ່ງ​ຊາດ​ໄດ້​ວາງອອກ. ລາຍ​ຈາ​ຍປະມານ​ແຫ່ງ​ລັດ​ປີ 2013 ຄາດ​ຄະ​ເນ​ວ່າຈະ​ເທົ່າ​ກັບ​ປີ 2012. ບັນດາ​ຄຳ​ຄິດ​ເຫັນລ້ວນ​ແຕ່​ຖື​ວ່າ ​ໃນ​ເງື່ອນ​ໄຂ​ເສດຖະກິດ​ປະສົບ​ຄວາມ​ຫຍຸ້ງຍາກ, ​ຈຳ​ເປັນ​ຕ້ອງ​ໃຊ້​ຈາ​ຍ​ແບບ​ປະຢັດ, ຫຼຸດຜ່ອນ​ລາຍ​ຈາ​ຍສ່ວນ​ລວມ. ທ່ານ Danh Ut ສ.ສ.ຊ ​ແຂວງ ກຽນ​ຢາງ ມີ​ຄຳ​ເຫັນ​ດັ່ງ​ນີ້ :

     “ ຂ້າພະເຈົ້າເຫັນດີຕໍ່ 16 ໂຄງການຈຸດໝາຍແຫ່ງຊາດ. ລັດຖະບານໄດ້ ກ້າຫານຫຼຸດຜ່ອນ 13 ​ໂຄງການ​ປະສົມ ດ້ວຍ​ຍອດ​ເງິນ​ລົງທຶນ 1.500 ຕື້​ດົງ​ເພື່ອ​ລົງທຶນ​ໃຫ້​ແກ່​ບັນດາ​ຕາ​ແສງ​​ທຸກ​ຍາກ, ​ເມືອງທຸກ​ຈົນ​ເປັນພິ​ເສດ. ຄວນ​ເພີ່ມ​ເງິນ​ລົງທຶນ ​ແລະ ຫຼຸດ​ຜ່ອນ​ລາຍ​ຈາ​ຍສຳລັບ​ຂົງ​ເຂດ​ບໍລິຫານ, ພາລະກິດ ”

ກ່ອນ​ໜ​້ານັ້ນ ຄື​ໃນຕອນ​ເຊົ້າ​ວັນດຽວ​ກັນ, ສະພາ​ແຫ່ງ​ຊາດ​ສືບ​ຕໍ່​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ - ​ສັງຄົມປີ 2012, ແຜນການ​ພັດທະນາ​ເສດຖະກິດ -​ສັງຄົມປີ 2013. ບັນດາ​ຄຳ​ຄິດ​ຄຳ​ເຫັນ​ຍັງ​ຄົງ​ເນັ້ນ​ໜັກ​ເຖິງ​ບັນດາ​ໜ້າ​ທີ່​ອັນ​ດັບ​ໜຶ່ງ​ໃນ​ປະຈຸ​ບັນ​ຄື : ສືບ​ຕໍ່​ຄວບ​ຄຸມ​ໄພ​ເງິນ​ເຟີ້, ສ້າງ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກ​ກະຕິ ​ແລະ ຮັບປະກັນ​ຊີວິດ​ສັງຄົມ. ບັນດາ ສ.ສ.ຊ ສະ​ເໜີ​ໃຫ້​ລັດຖະບານ​ໃຫ້​ບຸລິ​ມະ​ສິດ​ເປັນ​ພິ​ເສດ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ; ​ເພີ່ມ​ທະວີ​ການ​ລົງທຶນ​ຫຼາຍ​ກ່ວາ​ອີກ​ໃຫ້​ແກ່​ຂົງ​ເຂດ​ກະ​ສິ​ກຳ, ການ​ສຶກສາ. ທ່ານ​ນາງ Mai Thi Anh Tuyet ສ.ສ.ຊ ​ແຂວງ

ອານ​ຢາງ ມີ​ຄຳ​ເຫັນ​ວ່າ :

    “ ລັດ​ຖະບານ​ຕ້ອງ​ປະຕິບັດ​ບັນດາ​ມາດ​ຕະການ​ແກ້​ໄຂ​ຢ່າງ​ຄົບ​ຊຸດ, ​ໃນ​ນັ້ນ​ໃຫ້​ບຸລິມະສິດ​ໜູນ​ຊ່ວຍ​ຂົງ​ເຂດ​ການ​ຜະລິດ ​ແລະ ສຸມ​ໃສ່​ແກ້​ໄຂ​ສິນຄ້າ​ຄ້າງ​ສາງ ​ແລະ ຂຸດ​ຄົ້ນ​ຕະຫຼາດ​ເປັນຢ່າງ​ດີ. ບັນດາ​ທະນາຄານ​ຕ້ອງ​ຖື​ການ​ຊ່ວຍ​ກູ້​ວິ​ສາ​ຫະກິດຄື​ດັ່ງ​ຊ່ວຍ​ກູ້​ຕົນ​ເອງ. ​ທະນາຄານພິຈາລະນາ​ສືບ​ຕໍ່​ລ້ອມ​ໜີ້ສິນ, ສືບ​ຕໍ່​ໃຫ້​ກູ້​ຢືມ, ຫຼຸດ​ອັດຕາ​ດອກ​ເບ້ຍ​ລົງ 11%. ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ຂອງ​ພື້ນຖານ​ກະ​ສິ​ກຳ, ການ​ລົງທຶນ ​ແລະ ພັດທະນາ​ເຕັດ​ໂນ​ໂລ​ຢີສູງ ​ແມ່ນ​ໜ້າທີ່ຈຳ​ເປັນ​ຕ້ອງ​ຍູ້​ແຮງ​ໃນ​ຊຸມ​ປີ​ຕໍ່ໆ​ໄປ. ລັດຖະບານ​ຄວນ​ພິຈາລະນາ​ໃຫ້​ສ້າງຮູບ​ແບບ​ວິ​ສາ​ຫະກິດ​ລົງທຶນ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີສູງ​ໃນ​ຂົງ​ເຂດ​ກະສິກຳ, ຈາກ​ນັ້ນ​ເພື່ອ​ສະຫຼຸບ ​ແລະ ທະວີຄູນ​ໃຫ້​ກ້ວາງ​ຂວາງ ” 

 ​ແລະ ກໍ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ດຽວ​ກັນ, ບາງ​ສະມາຊິກ​ລັດຖະບານ​ໄດ້​ອະພິປາຍ ​ແລະ ​ໃຫ້​ຄຳ​ຕອບ​ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ສ.ສ.ຊ ​ແລະ ຜູ້​ມີ​ສິດ​ເລືອກ​ຕັ້ງ​ມີ​ຄວາມ​ສົນ​ໃຈ. ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີ Hoang Trung Hai ​ໃຫ້​ຄຳ​ຕອບ​ກ່ຽວ​ກັບ​ໂຄງການ​ເຂື່ອນ​ໄຟຟ້າ​ນ້ຳ​ຕົກ ຊົງ​ແຈງ 2 ຢູ່​ແຂວງ​ກວາງ​ນາມ.

   ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີ Hoang Trung Hai ​ໃຫ້​ຮູ້​ວ່າ :

     “ ​ໃນ​ໄລຍະ​ທີ່​ຜ່ານ​ມາ, ບັນດາ​ກະຊວງ ກໍ​ຄື​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ກວາງ​ນາມ​ໄດ້​ຊີ້ນຳ​ປະຊາຊົນ​ກ່ຽວ​ກັບບັນດາ​ວິທີ​ການຮັບ​ມື​ເມື່ອ​ເກີດ​ເຫດ​ແຜ່ນດິນ​ໄຫວ ​ແລະ ຮັບປະກັນ​ໃຫ້​ປະຊາຊົນ​ມີ​ຄວາມ​ທຸ່ມ​ທຽງ, ບໍ່​ປະໝາດ ​ແຕ່​ກໍ​ບໍ່​ຕົກ​ສະທ້ານ​ຢ້ານ​ກົວ. ມີບັນດາ​ວິທີການ​ຟຶກຊ້ອມ​ຮັບ​ມືເມື່ອ​ເກີດ​ເຫດ​ເຂື່ອນ​ແຕກ​ໃນ​ກໍລະນີຂີ້ຮ້າຍ​ທີ່​ສຸດ​ເກີດ​ຂຶ້ນ. ລັດຖະບານ​ຈະ​ສືບ​ຕໍ່​ຊີ້​ນຳ​ບັນດາ​ກະຊວງ​ຂະ​ແໜງ​ການ​ຕິດຕາມ​ເພື່ອ​ຕີ​ລາຄາ​ກໍ​ຄື​ມີ​ບັນດາ​ມາດ​ຕະການ​ແກ້​ໄຂ​ທີ່​ເໝາະ​ສົມ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ໂຄງການ​ນີ້ ”

 

ຂ່າວ/ບົດ​ອື່ນ