ສະພາແຫ່ງຊາດ ຫວຽດນາມ ຊ່ວຍເຫຼືອ ປະຊາຊົນກຳປູເຈຍ ເຂົ້າສານເກືອບ 1.000 ໂຕນ

ສະພາແຫ່ງຊາດ ຫວຽດນາມ ຊ່ວຍເຫຼືອ ປະຊາຊົນກຳປູເຈຍ ເຂົ້າສານເກືອບ 1.000 ໂຕນ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ກຳປູ​ເຈຍ ​ໂງ​​ແອ​ງຢູ້ງ ຕາງໜ້າໃຫ້ສະພາແຫ່ງຊາດມອບເຂົາສານໃຫ້ປະຊາຊົນ ກຳປູເຈຍ

(vovworld) - ຕອນ​ເຊົ້າ​ວັນ​ທີ 6/11, ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ ກຳປູ​ເຈຍ, ທີ່ນະຄອນຫຼວງ ພະ​ນົມ​ເປັນ ​ໄດ້​ດຳ​ເນີນ​ພິທີ​ຮັບ​ເຂົ້າສານ 1.000 ​ໂຕນ, ເຊິ່ງແມ່ນຂອງຂວັນ​ຂອງ​ສະພາ​ແຫ່ງ​ຊາດ ຫວຽດນາມ ທີ່ຊ່ວຍ​ປະຊາຊົນ ກຳປູ​ເຈຍ ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກພາຍຸ​ນ້ຳ​ຖ້ວມ​ທີ່​ຮ້າຍ​ແຮງ​ຜ່ານ​ມາ. ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ກຳປູ​ເຈຍ ​ໂງ​​ແອ​ງຢູ້ງ ​ໄດ້​ຕາງໜ້າ​ສະພາ​ແຫ່ງ​ຊາດ​ມອບ​ເຂົາສານໃຫ້​ຜູ້ຕາງໜ້າ​ບັນ​ດາ​ທ້​ອງຖິ່ນຖືກ​ນ້ຳ​ຖ້ວມ ​ຂອງ​ກຳປູ​ເຈຍ. ທ່ານ ​ເອກ​ອັກຄະ​ລັດຖະທູດ ​ໂງ​​ແອ​ງຢູ້ງ ກໍ່​ໄດ້​ຝາກ​ຄຳ​ແບ່ງເບົ່າ​ຄວາມໂສກ​ເສົ້າ ​ແລະ ປຸກລະດົມ​ກຳລັງ​ໃຈ​ຢ່າງ​ເລິກ​ເຊິ່ງທີ່​ສຸດຂອງ​ສະພາ​​ແຫ່ງ​ຊາດ ຫວຽດນາມ ​ແລະ ປະຊາຊົນ ຫວຽດນາມ ​ມາ​ຍັງ​ປະຊາຊົນ​ ກຳປູ​ເຈຍ ພາຍຫຼັງ​ບັນດາ​ການ​ເສຍ​ຫາຍ​ອັນ​ໜັກໜ່ວງ​ກ່ຽວ​ກັບ​ຊີວິດ​ອິນ​ຊີ ​ແລະ ຊັບ​ສິນ​ຍ້ອນພາຍຸ​ນ້ຳ​ຖ້ວມ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ກຳປູ​ເຈຍ Heng Samrin ​ໃຫ້​ຮູ້​ວ່າ: ຂອງຂວັນ​ນີ້​ແມ່ນ​ພະຍານ​ຫຼັກ​ຖານ​ແຫ່ງນ້ຳ​ໃຈ​ສາມັກຄີ​ເຊິ່ງພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ​ສະຫງວນ​ໃຫ້​ແກ່ ກຳປູ​ເຈຍ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ກຳປູ​ເຈຍ Heng Samrin ​ໃຫ້​ຮູ້​ວ່າ:

    “ຈຳນວນ​ເຂົ້າສານ​ທີ່ຫວຽດນາມ ຊ່ວຍເຫຼືອ​ໃນ​ຈຸດ​ເວລາ​ນີ້​ແມ່ນ​ທັນ​ການທີ່​ສຸດ, ຍ້ອນ​ວ່າ​ ປະຊາຊົນ​ ກຳປູ​ເຈຍ ພວກ​ເຮົາ​ພວມ​ມີ​ຄວາມ​ຕ້ອງການ​ທີ່ສຸດເພື່ອ​​ຟື້ນ​ຟູ​ຈຳນວນ​ທັນ​ຍາ​ຫານ​ຖືກ​ເສຍ​ຫາຍ​. ​ການ​ຊ່ວຍເຫຼືອນີ້​ແມ່ນລ້ຳ​ຄ້າ​ທີ່​ສຸດ, ສະແດງໃຫ້ເຫັນນ້ຳໃຈ​ຮັກ​ແພງ, ຄວາມ​ສາມັກຄີ, ມິດຕະພາບ​ຖານ​ອ້າຍ​ນ້ອງ​ລະຫວ່າງ​ປະຊາຊົນ 2 ປະ​ເທດ ກຳປູ​ເຈຍ - ຫວຽດນາມ ພວກ​ເຮົາ.”

ຂ່າວ/ບົດ​ອື່ນ