ສະພາແຫ່ງຊາດ ຫວຽດນາມ ໃຫ້ສັດຕະຍາບັນເອກະສານຂໍເຂົ້າເປັນສະມາຊິກ CPTPP ຂອງລາຊະອານາຈັກ ອັງກິດ ແລະ ອຽກລັງເຫນືອ

(VOVWORLD) - ສະພາແຫ່ງຊາດ ຫວຽດນາມ ໄດ້ຮັບຮອງເອົາມະຕິໃຫ້ສັດຕະຍາບັນເອກະສານຂໍເຂົ້າເປັນສະມາຊິກ CPTPP ຂອງລາຊະອານາຈັກອັງກິດແລະອຽກລັງເໜືອ.
ສະພາແຫ່ງຊາດ ຫວຽດນາມ ໃຫ້ສັດຕະຍາບັນເອກະສານຂໍເຂົ້າເປັນສະມາຊິກ CPTPP ຂອງລາຊະອານາຈັກ ອັງກິດ  ແລະ ອຽກລັງເຫນືອ - ảnh 1(ອັດຕາບັດເລືອກຕັ້ງ 459/460 ບັດຂອງສະມາຊິກສະພາແຫ່ງຊາດໄດ້ເຫັນດີ)

        ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ຕອນເຊົ້າວັນທີ 25 ມິຖຸນາ, ສະພາແຫ່ງຊາດໄດ້ລົງປະຊາມະຕິຮັບຮອງເອົາມະຕິໃຫ້ສັດຕະຍາບັນເອກະສານຂໍເຂົ້າເປັນສະມາຊິກສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ຂອງລາຊະອານາຈັກອັງກິດແລະອຽກລັງເໜືອ.

        ດ້ວຍອັດຕາບັດເລືອກຕັ້ງ 459/460 ບັດຂອງສະມາຊິກສະພາແຫ່ງຊາດໄດ້ເຫັນດີ (ເທົ່າກັບ 94,25%), ຕອນເຊົ້າວັນທີ 25 ມິຖຸນາ, ສະພາແຫ່ງຊາດ ຫວຽດນາມ ໄດ້ຮັບຮອງເອົາມະຕິໃຫ້ສັດຕະຍາບັນເອກະສານຂໍເຂົ້າເປັນສະມາຊິກ CPTPP ຂອງລາຊະອານາຈັກອັງກິດ ແລະ ອຽກລັງເໜືອ.

        ສະເໜີທີ່ກອງປະຊຸມ, ທ່ານ ຫວູຫາຍຮ່າ, ຫົວໜ້າກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ, ຊີ້ແຈ້ງວ່າ:

        “ໃນຂອບເຂດເຂົ້າເປັນສະມາຊິກ CPTPP, ລາຊະອານາຈັກ ອັງກິດ ຈະຮັບຮອງບັນດາຂະແໜງຜະລິດຂອງ ຫວຽດນາມ ເຄື່ອນໄຫວຕາມເງື່ອນໄຂເສດຖະກິດການຕະຫຼາດ. ເລື່ອງສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໃຫ້ສັດຕະຍາບັນເອກະສານທີ່ກອງປະຊຸມສະໄໝສາມັນເທື່ອທີ 7 ຈະນຳ ຫວຽດນາມ ນອນໃນກຸ່ມ 6 ປະເທດ CPTPP ທຳອິດໃຫ້ສັດຕະຍາບັນເອກະສານ, ສະແດງໃຫ້ເຫັນຄວາມຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງ ຫວຽດນາມ ໃນການຊຸກຍູ້ການພົວພັນດ້ານການຄ້າ   - ການລົງທຶນ 2 ຝ່າຍລະຫວ່າງ ຫວຽດນາມ ແລະ ລາຊະອານາຈັກ ອັງກິດ”.

ຕອບກັບ

ຂ່າວ/ບົດ​ອື່ນ