ສະພາແຫ່ງຊາດ ອາເມລິກາ ພິຈາລະນາ ຂໍ້ຕົກລົງນິວເຄຼຍ ພົນລະເຮືອນກັບຫວຽດນາມ

ສະພາແຫ່ງຊາດ ອາເມລິກາ ພິຈາລະນາ ຂໍ້ຕົກລົງນິວເຄຼຍ ພົນລະເຮືອນກັບຫວຽດນາມ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 08/05, ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ ​Barack Obama ໄດ​້​ສົ່ງ​ເອກະສານ​​​ຕໍ່ສະພາ​ແຫ່ງ​ຊາດກ່ຽວກັບ​ຂໍ້​ຕົກລົງ​ດ້ວຍ​ເນື້ອ​ໃນ​ຈະ​ອະນຸຍາດ​ໃຫ້​ອາ​ເມ​ລິ​ກາ ມອບ​ສົ່ງ​ບັນດາ​ເຕົາ​ປະຕິ​ກອນ ​ແລະ ​ເຕັກ​ໂນ​ໄລ​ຊີ​ໃຫ້​ຫວຽ​ດນາມ. ສະພາສູງ ​ແລະ ສະພາ​ຕໍ່າອາ​ເມ​ລິ​ກາ ຈະ​ພິຈາລະນາ​ເອກະສານ​ດັ່ງກ່າວ​​​ໃນເວລາ 90 ວັນ ​ແລະ ຖ້າ​ຫາກ​ບໍ່​ມີ​ຄຳ​ເຫັນ​ຄັດຄ້ານ ຂໍ້​ຕົກລົງ​ທາງ​ການ​ຈະ​ມີ​ຜົນ​ສັກ​ສິກ​ຢ່າງ​ເປັນ​ທາງ​ການ.

        ກ່ອນ​ໜ້າ​ນັ້ນ, ວັນ​ທີ 24/02 ຜ່ານ​ມາ, ທ່ານ​ປະທານາທິບໍດີ Obama ​ໄດ້​ໃຫ້​ສັດຕະຍາບັນຂໍ້​ຕົກລົງ​ນິວ​ເຄຼຍ ພົນລະ​ເຮືອນ​ກັບ​ຫວຽດນາມ, ຜ່ານ​ນັ້ນ, ​​ໄດ້ເປີດຊ່ອງ​ທາງ​ໃຫ້​ບັນດາ​ວິ​ສາ​ຫະກິດ​ອາ​ເມ​ລິ​ກາ ຂາຍ​ເຊື້ອ​ເພີງ, ​ເຕັກ​ໂນ​ໂລ​ຊີ, ​ເຕົາ​ປະຕິ​ກອນ ​ແລະ ​ເຄື່ອງ​ອູ​ປະກອນ​ນິວ​ເຄຼຍໃຫ້​ແກ່​ຫວຽດນາມ. ສະ​ຖາ​ບັນ​ພະລັງງານ​ນິວ​ເຄຼຍ, ອົງການ​ຕ່າງ​ໜ້າ​ໃຫ້​ຂະ​ແໜງອຸດສາຫະກຳ​ດັ່ງກ່າວ​ຂອງ​ອາ​ເມ​ລິ​ກາ ຄາດ​ວ່າ, ຂໍ້​ຕົກລົງ​ສາມາດ​ນຳ​ມາ​ເຊິ່ງຈຳນວນ​ເງິນ​ 10 ຕື້ - 20 ຕື້ USD ​ໃນ​ການ​ເຄື່ອນ​ໄຫວ​ສົ່ງ​ອອກຂອງ​ອາ​ເມ​ລິ​ກາ ​ໄປຍັງ​ຫວຽດນາມ ​ແລະ ສ້າງ​ວຽກ​ເຮັດ​ງານ​ທຳ​​ໃຫ້​ແກ່​ຄົນ​ງານ​ກວ່າ 50.000 ຄົນຢູ່​ອາ​ເມ​ລິ​ກາ. ຂໍ້​ຕົກລົງ​ນິວ​ເຄຼຍພົນລະ​ເຮືອນຫວຽດນາມ - ອາ​ເມ​ລິ​ກາ ​​ໂດຍ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດອາ​ເມ​ລິ​ກາ John Kerry ​ແລະ ທ່ານ​ຮອງ​ລັດຖະມົນຕີ, ທັງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າມບິ່ງ​ມິ​ງ ​ລົງ​ນາມ​​ເມື່ອ​​ເດືອນ 10/2013 ຢູ່​ນອກ​ກອງ​ປະຊຸມ​ສຸດ​ຍອດ​ອາຕາ​ຊີເວັນ​ອອກ ຽ​ຢູ່​ບຣຸ​ໄນ.

ຂ່າວ/ບົດ​ອື່ນ