ສະພາແຫ່ງຊາດ ອາເມລິກາ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍການໃຊ້ຈ່າຍດ້ານປ້ອງກັນຊາດປີ 2019

(VOVWORLD) - ວັນທີ 01 ສິງຫາ, ສະພາສູງ ອາເມລິກາ ໄດ້ຮັບຮອງເອົາຮ່າງກົດໝາຍວ່າດ້ວຍການໃຊ້ຈ່າຍດ້ານປ້ອງກັນຊາດດ້ວຍງົບປະມານ 716 ຕື້ USD ໃນປີການເງິນ 2019.

ຮ່າງກົດໝາຍວ່າດ້ວຍການໃຊ້ຈ່າຍປ້ອງກັນຊາດ (NDAA) ປີການເງິນ 2019 ໂດຍທ່ານ John S.Mccain ສະມາຊິກສະພາສູງ ສະເໜີ, ໄດ້ຮັບການຮັບຮອງເອົາດ້ວຍບັດສະໜັບສະໜູນ 79 ບັດ ແລະ ບັດຄ້ານ 10 ບັດທີ່ສະພາສູງລວມມີສະມາຊິກ 100 ທ່ານ. ກ່ອນໜ້ານັ້ນ ຮ່າງກົດໝາຍດັ່ງກ່າວ ກໍ່ໄດ້ຮັບການຮັບຮອງເອົາຈາກສະພາຕ່ຳໃນວັນທີ 26 ກໍລະກົດ. ຫລັງຈາກນັ້ນ ຮ່າງກົດໝາຍສະບັບນີ້ ຈະໄດ້ສົ່ງເຖິງທຳນຽບຂາວ ເພື່ອໃຫ້ທ່ານປະທານາທິບໍດີ Donad Trump ເຊັນປະກາດໃຊ້.

ຕອບກັບ

ຂ່າວ/ບົດ​ອື່ນ