ສະ​ພາ​ແຫ່ງ​ຊາດ ຮັບ​ຮອງ​ເອົາ​ກົດ​ໝາຍ​ວ່າ​ດ້ວຍ​ລາ​ຄາ (ສະ​ບັບ​ປັບ​ປຸງ)

(VOVWORLD) - ຕອນເຊົ້າວັນທີ 19 ມິຖຸນາ ຢູ່ຮ່າໂນ້ຍ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ປຶກສາຫາລືຢູ່ກອງປະຊຸມກ່ຽວກັບຮ່າງກົດໝາຍວ່າດ້ວຍເຮືອນຢູ່ອາໄສ (ສະບັບປັບປຸງ). 
ສະ​ພາ​ແຫ່ງ​ຊາດ ຮັບ​ຮອງ​ເອົາ​ກົດ​ໝາຍ​ວ່າ​ດ້ວຍ​ລາ​ຄາ (ສະ​ບັບ​ປັບ​ປຸງ) - ảnh 1ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV (ພາບ: VOV)

ຕາມລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ຕອນເຊົ້າວັນທີ 19 ມິຖຸນາ ຢູ່ຮ່າໂນ້ຍ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ປຶກສາຫາລືຢູ່ກອງປະຊຸມກ່ຽວກັບຮ່າງກົດໝາຍວ່າດ້ວຍເຮືອນຢູ່ອາໄສ (ສະບັບປັບປຸງ). ທ່ານລັດຖະມົນຕີກະຊວງກໍ່ສ້າງ ຫວຽດນາມ ຫງວຽນແທັງງິ ໄດ້ອະພິປາຍ, ເຮັດແຈ້ງບາງບັນຫາ ເຊິ່ງສະມາຊິກສະພາແຫ່ງຊາດໄດ້ຍົກອອກມາ.

        ຕອນບ່າຍຂອງວັນດຽວກັນ, ສະພາແຫ່ງຊາດໄດ້ລົງຄະແນນສຽງ ຮັບຮອງເອົາມະຕິວ່າດ້ວຍການໃຫ້ສັດຕະຍາບັນບົດສະຫຼຸບງົບປະມານແຫ່ງລັດ ປີ 2021; ລົງຄະແນນສຽງຮັບຮອງເອົາກົດໝາຍວ່າດ້ວຍລາຄາ (ສະບັບປັບປຸງ). ຜ່ານນັ້ນ, ບັນດາສະມາຊິກສະພາແຫ່ງຊາດກໍ່ໄດ້ປຶກສາຫາລືຢູ່ຕາມໜ່ວຍງານ ກ່ຽວກັບຮ່າງກົດໝາຍວ່າດ້ວຍການດຳເນີນທຸລະກິດດ້ານອະສັງຫາລິມະຊັບ (ສະບັບປັບປຸງ).

ຕອບກັບ

ຂ່າວ/ບົດ​ອື່ນ