ສະພາແຫ່ງຊາດ ເກຼກ ຮັບຮອງເອົາຂໍ້ຕົກລົງ ປ່ຽນຊື່ປະເທດຂອງ ມາເຊດວນ

(VOVWORLD) -ປ່ຽນຊື່ປະເທດ ຂອງປະເທດເພື່ອນບ້ານ ມາເຊໂດເນຍ ມາເປັນປະເທດ ສາທາລະນະລັດ ມາເຊດວນ ເໜືອ
ສະພາແຫ່ງຊາດ ເກຼກ ຮັບຮອງເອົາຂໍ້ຕົກລົງ ປ່ຽນຊື່ປະເທດຂອງ ມາເຊດວນ - ảnh 1ວາລະປະຊຸມຂອງສະພາແຫ່ງຊາດ ເກຼກ (ພາບ: AFP/TTXVN)

ວັນທີ 25 ມັງກອນ, ສະພາແຫ່ງຊາດ  ເກຼກ ໄດ້ຮັບຮອງເອົາຂໍ້ຕົກລົງ ປະຫວັດສາດ ກ່ຽວກັບການປ່ຽນຊື່ປະເທດ ຂອງປະເທດເພື່ອນບ້ານ ມາເຊດວນ ມາເປັນປະເທດ ສາທາລະນະລັດ ມາເຊດວນ ເໜືອ, ຜ່ານນັ້ນ ຢຸດຕິການຖົກຖຽງກັນທີ່ແກ່ຍາວມາຫຼາຍທົດສະວັດ ແລະ ເປີດຊ່ອງທາງໃຫ້ Spopje ເຂົ້າເປັນສະມາຊິກສະຫະພາບເອີຣົບ (ອີຢູ) ແລະ ອົງການສົນທິສັນຍາອັດລັງຕິກເໜືອ (NATO). ຂໍ້ຕົກລົງດັ່ງກ່າວ ໄດ້ຮັບການສະໜັບສະໜູນຈາກສະມາຊິກລັດຖະສະພາ 153 ຄົນ ໃນຈໍານວນທັງໝົດ 300 ຄົນ, ໃນນັ້ນ, ມີສະມາຊິກລັດຖະສະພາເອກະລາດຈໍານວນໜຶ່ງສະໜັບສະໜູນພັກ Syriza ຂອງທ່ານນາຍົກລັດຖະມົນຕີເກຼກ Alexis Tsipras.  ສ່ວນທ່ານ ນາຍົກລັດຖະມົນຕີ ມາເຊດວນ Zoran Zaev ກໍອວຍພອນ ຄູ່ຕໍາແໜ່ງ ເກຼກ ກ່ຽວກັບໄຊຊະນະທີ່ມີລັກສະນະປະຫວັດສາດນີ້, ພ້ອມທັງ ຖືວ່າ ຂໍ້ຕົກລົງສະບັບນີ້ ແມ່ນ ພື້ນຖານໃຫ້ແກ່ສັນຕິພາບຍາວນານ ແລະ ກ້າວໜ້າ ຂອງປະຊາຊົນ Balkan  ແລະ ເອີີຣົບ.

        ຂໍ້ຕົກລົງສະບັບດັ່ງກ່າວ ບັນລຸໄດ້ ເມື່ອເດືອນ ມິຖຸນາ 2018 ລະຫວ່າງ ລັດຖະບານ ເກຼກ ແລະ ມາເຊດວນ ເພື່ອແນໃສ່ແກ້ໄຂການຖົກຖຽງກັນທີ່ກ່ຽວຂ້ອງເຖິງຊື່ປະເທດ ເຊິ່ງໄດ້ແກ່ມາຕະຫຼອດ 27 ປີ ທີ່ຜ່ານມາ.


ຕອບກັບ

ຂ່າວ/ບົດ​ອື່ນ