ສະພາແຫ່ງຊາດLibyaໂຈະຈຸດເວລາປ່ອນບັດຮັບຮອງເອົາລັດຖະບານສາມັກຄີຊົນຊາດ

ສະພາແຫ່ງຊາດLibyaໂຈະຈຸດເວລາປ່ອນບັດຮັບຮອງເອົາລັດຖະບານສາມັກຄີຊົນຊາດ - ảnh 1
​​ສະພາ​ແຫ່ງ​ຊາດ Libya (ພາບ: worldbulletin.net)

(vovworld) - ​​ສະພາ​ແຫ່ງ​ຊາດ Libya ​ທີ່ໄດ້​ຮັບ​ການ​ຮັບຮອງ​ຈາກ​ສາກົນ ​ໄດ້​ຕັດສິນ​​ໂຈະ​ເວລາ​​ດຳ​ເນີນ​ການ​ປ່ອນ​ບັດຮັບ​ຮອງ​ລັດຖະບານ​ສາມັກຄີ​ຊົນ​ຊາດ​ເຖິງ​​ໃນ​ວັນ​ທີ 23/2 ຈະ​ມາ​ເຖິງ ​ແທນ​ທີ່​ຈະ​ດຳ​ເນີນ​​ໃນ​ວັນ​ທີ 16/02. ສະມາຊິກ​ລັດຖະສະພາ Aicha al - Aqouri ​ໃຫ້​ຮູ້​ວ່າ ສະມາຊິກ​ລັດຖະສະພາ 118 ທ່ານ​ໄດ້​ປະຊຸມ​ໃນ​ວັນ​ທີ 16/02 ​ແລະ ຕົກລົງ​ກຳ​ນົດເວລາ ​ເພື່ອ​​ໃຫ້ນາຍົກລັດຖະມົນຕີສະ​ເໜີພາກສ່ວນ​ລັດຖະບານ​ໃໝ່​ຕໍ່​ສະພາ​ແຫ່ງ​ຊາດ​ໃນ​ວັນ​ທີ 20/02 ​ແລະ ສະພາ​​ແຫ່ງຊາດ​ຈະ​ປ່ອນ​ບັດ​ໄວ້​ວາງ​ໃຈ​ລັດຖະບານ​ໃໝ່​ນີ້ ດ້ວຍ​ຈຳນວນ​ສະມາ​ຊິກ​ຈຳກັດ​ໃນ​ວັນ​ທີ 23/02 ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ