ສະພາແຫ່ງຊາດຊຸດທີ 13 ສະຫງວນເວລາເພື່ອຊັກຖາມ ແລະ ຕອບຄຳຊັກຖາມ

ສະພາແຫ່ງຊາດຊຸດທີ 13 ສະຫງວນເວລາເພື່ອຊັກຖາມ ແລະ ຕອບຄຳຊັກຖາມ - ảnh 1
(ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13)

(vovworld) – ​ກ້າວ​ເຂົ້າ​ສູ່​ອາທິດ​ເຮັດ​ວຽກ​ທີ 4 ຂອງກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13. ຕອນ​ເຊົ້າວັນ​ທີ 09/06, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ​ໄດ້​ປຶກສາ​ຫາລື​ຢູ່​ໜ່ວຍ​ກ່ຽວ​ກັບ​ຮ່າງກົດໝາຍ​ວ່າ​ດ້ວຍບັດປະຈຳຕົວພົນລະ​ເມືອງ ​ແລະ ຮ່າງ​ກົດໝາຍ​ວ່າ​ດ້ວຍ​ສຳມະ​ໂນ​ພົນລະ​ເມືອງ.

        ​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ​ວ່າ​ດ້ວຍດ້ວຍ​ສຳມະ​ໂນພົນລະ​ເມືອງ, ມີ​ຄຳ​ເຫັນ​ສະ​ເໜີ​ວ່າ ​ເພື່ອ​ຮັບປະກັນ​ຄວາມ​ສະຖຽນ​ລະ​ພາບ ​ແລະ ຄວາມ​ສະດວກ​ໃນ​ວຽກງານ​ຄຸ້ມ​ຄອງ​​ລັດ​ກ່ຽວ​ກັບ​ພົນລະ​ເມືອງ, ຮ່າງ​ກົດໝາຍ​ດັ່ງກ່າວ ບໍ່​ຄວນ​ເປີດ​ກ້ວາ​ງຄຳ​ນິຍາມສຳມະ​ໂນພົນລະ​ເມືອງ​ຕາມ​ທິດ​ລວມທັງສຳມະ​ໂນຄົວ ​ແລະ ລວບ​ລວມບັນດາ​ບັນຫາສຳມະ​ໂນພົນລະ​ເມືອງ, ສຳມະ​ໂນ​ຄົວ, ບັດປະຈຳຕົວພົນລະ​ເມືອງ​​ເພື່ອ​ມອບ​ໃຫ້​ຂະ​ແໜງ​ການ​ໜຶ່ງ​ຄວບ​ຄຸມ​ໃນ​ຈຸດ​ເວລາ​ນີ້.

        ​ໃນ​ຕອນ​ບ່າຍ, ສະພາ​ແຫ່ງ​ຊາດລົງມະຕິ​ຮັບຮອງ​ເອົາ​ມະຕິ 2 ສະບັບ; ​ໃຫ້​ສັດຕະຍາບັນ​ການ​ສະຫຼຸບຂາດ​ຕົວ​ງົບ​ປະມານ​ແຫ່ງ​ລັດ​ປີ 2012 ​ແລະ ມະຕິ​ກ່ຽວ​ກັບ​ການຈັດ​ແບ່ງ, ນຳ​ໃຊ້​​ແຫຼ່ງ​ເພີ່ມ​ລາຍ​ຂ່າຍ​ເກີດ​ດຸນ​ງົບປະມານ​ແຫ່ງ​ລັດ ​ແລະ ຫຼຸດຜ່ອນ​ລາຍ​ຈ່າຍງົບປະມານ​ສູງ​ກາງ​ປີ 2013.

         ​ແລະ​ກໍ່​ໃນ​ອາທິດ​ນີ້, ສະພາ​ແຫ່ງ​ຊາດ​ຍັງ​ໃຫ້​ຄຳ​ເຫັນ​​ໃສ່​ບັນດາຮ່າງ​ກົດໝາຍ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ນາຍ​ທະຫານ​ກອງທັບ​ປະຊາຊົນ​ຫວຽດນາມ (ສະບັບ​ປັບປຸງ); ຮ່າງ​ກົດໝາຍ​ຕຳຫຼວດ​ປະຊາຊົນ (ສະບັບ​ປັບປຸງ), ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ (ສະບັບ​ປັບປຸງ); ຮ່າງ​ກົດໝາຍ​ປັບ​ປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍດຳ​ເນີນ​ຄະດີ​ພົນລະ​ເມືອງ ​ແລະ ປຶກສາ​ຫາລື​ຮ່າງ​ມະຕິກ່ຽວ​ກັບ​ການ​ປັບປຸງ, ​ເພີ່ມ​ເຕີມ​ມະຕິ​ຂອງ​ສະພ​າ​ແຫ່ງ​ຊາດ​ກ່ຽວ​ກັບ​​​ການ​ລົງ​ຄະ​ແນນສຽງໄວ້​ວາງ​ໃຈ ​ແລະ ປ່ອນ​ບັດໄວ້​ວາງ​ໃຈ​ສຳລັບ​ຜູ້​ດຳລົງຕຳ​ແໜ່​ງ​ໂດຍ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​ເລືອກ​ຕັ້ງ ຫຼື ​ໃຫ້​ສັດຕະຍາບັນ, ລົງ​​ມະຕິ​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ປະກັນ​ສຸຂະພາບ.

ສະພາ​ແຫ່ງ​ຊາດ​ຈັດ​ແບ່ງ 16.000 ຕືດົ່ງ​ໃຫ້​ກຳລັງ​ຕຳຫຼວດ​ທະ​ເລ, ຊາວ​ປະມົງ

    ​ສືບ​ຕໍ່​ລາຍກາ​ນ​ເຮັດ​ວຽກ​ຂອງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7, ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13, ຕອນ​ບ່າຍ​ຂອງ​ວັນ​ທີ 9/6, ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ​ມະຕິ​ໃຫ້​ສັດຕະຍາບັນ​ສະຫລຸບ​ຂາດ​ຕົວ​ງົບປະມານ​ແຫ່ງ​ລັດ​ປີ 2012 ດ້ວຍ​ບັດ​ເຫັນ​ດີ​ເປັນ​ສ່ວນ​ຫຼາຍ. ຕໍ່​ຈາກ​ນັ້ນ, ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ​ມະຕິກ່ຽວ​ກັບ​ການຈັດ​ແບ​ງການ​ນຳ​ໃຊ້​ແຫຼ່ງ​ເງິນ​ເພີ່ມ​ຈາກລາຍ​ຈາ​ຍງົບປະມານ​ແຫ່ງ​ລັດ​ເກີນ​ດຸນ, ​ຫລຸດຜ່ອນລາຍ​ຈາ​ຍງົບປະມານ​ສູນ​ກາງ​ປີ 2013. ຕາມ​ນັ້ນ​ແລ້ວ, ສະພາ​ແຫ່ງ​ຊາດ​ເຫັນ​ດີ​ຮັກສາ​ລາຍ​ຈາຍ​ງົບປະມານ​ແຫ່ງ​ລັດ​ເກີນ​ດຸນ​ແມ່ນຢູ່​ໃນ​ລະດັບ 197.000 ຕື້​ດົ່ງ. ຈັດ​ແບ່ງງົບປະມານ 16.000 ຕື້​ດົ່ງ​ ໃຫ້​ແກ່​ກຳລັງ​ຕຳຫຼວດ​ທະ​ເລ, ຊາວ​ປະມົງ. ສະພາ​ແຫ່ງ​ຊາດ​ກໍ່​ເຫັນ​ດີ​ເພີ່ມ​ເຕີມ​ງົບປະມານ​ໃຫ້​ແກ່​ວຽກ​ງານ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ແຫ່ງ​ຊາດ, ​ເພີ່ມ​ທະວີ​ກຳລັງຄວາມ​ສາມາດ​ໃຫ້​ແກ່​ກຳລັງ​ດັບ​ເພິ​ງ, ກຳລັງ​ຕຳຫຼວດ​ປອ້ງກັນ, ຕຳຫຼວດ​ຈໍລະ​ຈອນ. ​ແລະ ກໍ່​ໃນ​ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ສະພາ​ແຫ່ງ​ຊາດ​ຮັບ​ຟັງ​​ໃບ​ຍື່ນ​ສະ​ເໜີ ​ແລະ ບົດ​ລາຍ​ງານ​ສຳ​ຫຼວດກວດກາ​ຮ່າງ​ກົດໝາຍ​ປັບປຸງ ​ແລະ ​ເພີ່ມ​ເຕີມ​ບາງ​ຂໍ້​ມາດ​ຕາຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ປະຕິບັດ​ຄະດີ​ແພ່​ງ, ຮັບ​ຟັງ​ໃບ​ຍື່ນ​ສະ​ເໜີ ​ແລະ ປຶກສາ​ຫາລື​ກ່ຽວ​ກັບ​ການ​ຄາ​ດຄະ​ເນ​ລາຍການ​ເຄື່ອນ​​ໄຫວ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ​ປີ 2015./.

 

ຂ່າວ/ບົດ​ອື່ນ