ສະພາ​ແຫ່ງ​ຊາດ​ປຶກສາ​ຫາລື​ ກົດໝາຍ​​ການ​ສຶກສາ​ປ້ອງກັນຊາດ, ປ້ອງ​ກັນຄວາມ​ສະຫງົບ

ສະພາ​ແຫ່ງ​ຊາດ​ປຶກສາ​ຫາລື​ ກົດໝາຍ​​ການ​ສຶກສາ​ປ້ອງກັນຊາດ, ປ້ອງ​ກັນຄວາມ​ສະຫງົບ - ảnh 1

ທ່ານ​ນາງ ​ເຈິ່ນທິຮົ່ງທຳ ສສຊ ​ນະຄອນ​ເກີນ​ເທີ

(ພາບ:giaothongvantai.com.vn)

(VOV)- ວັນ​ທີ 22/11, ​ໂດຍ​ສືບ​ຕໍ່​ໂຄງການ​ດຳ​ເນີນ​ງານ​ໃນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍວ່າ​ດ້ວຍ​ການ​ສຶກສາ​ປ້ອງກັນຊາດ, ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ກົດໝາຍ​ວ່າ​ດ້ວຍ​ການ​ໄກ່​ເກ່ຍປອງ​ດອງ​ຢູ່​ຂັ້ນຮາກ​ຖານ. ຮ່າງ​ກົດໝາຍວ່າ​ດ້ວຍ​ການ​ສຶກສາ​ປ້ອງກັນຊາດ, ປ້ອງ​ກັນ​ຄວາມ​ສະຫງົບກຳນົດ​ລະອຽດ​ກ່ຽວ​ກັບ​ການ​ເຜີຍ​ແຜ່​ຄວາມ​ຮູ້​ດ້ານ​ການປ້ອງກັນຊາດ, ປ້ອງ​ກັນ​ຄວາມ​ສະຫງົບທົ່ວ​ປວງ​ຊົນ. ບັນດາ ສສຊ ​ໄດ້​ເຫັນ​ດີ​ເຫັນ​ພ້ອມ​ກັບ​ເລື່ອງ​ສ້າງຕັ້ງບັນດາ​ສູນ​ສຶກສາປ້ອງກັນຊາດ, ປ້ອງ​ກັນ​ຄວາມ​ສະຫງົບ​ຕາມ​ລະດັບ​ກະຊວງ ​ແລະ ​ຂັ້ນແຂວງ, ບໍ່​ຈຳ​ເປັນ​ຕ້ອງຸຄ້ມຄອງ​ຢູ່​ຂັ້ນລັດຖະບານ​ຄື​ປະຈຸ​ບັນ. ທ່ານ​ນາງ ​ເຈິ່ນທິຮົ່ງທຳ ສສຊ ​ນະຄອນ​ເກີນ​ເທີ ປະກອບ​ຄຳ​ເຫັນ​ວ່າ:

   “ກ່ຽວ​ກັບ​ການ​ສຶກສາປ້ອງກັນຊາດ, ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ໂຮງຮຽນ, ຂ້າພະ​ເຈົ້າ​ເຫັນ​ດີ​ກັບ​ຮ່າ​ງກົດໝາຍ​ຄື: ນຳ​ເນື້ອ​ໃນ​ການປ້ອງກັນຊາດ, ປ້ອງ​ກັນ​ຄວາມ​ສະຫງົບ​ເຂົ້າ​ໃນ​ບັນດາ​ວີ​ຊາ​ຮຽນ, ປະ​ກອບສ່ວນ​ສຳຄັນ​ເຂົ້າ​ໃນການ​ສ້າງ ​ແລະ ສຳ​ເລັດ​ບຸກຄະ​ລິກກະພາບ​ຂອງ​ນັກຮຽນ“

  ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​​ໄກ່​ເກ່ຍປອງ​ດອງຢູ່​ຂັ້ນ​ຮາກ​ຖານ​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງ​ຫນ້າ​ທີ່​ຂອງ​ລັດຖະບານ, ກະຊວງ​ຍຸຕິ​ທຳ, ບັນດາ​ກະຊວງ ​ແລະ ອົງການ​ທຽບ​ເທົ່າ​ກະຊວງ, ອົງການ​ຂຶ້ນ​ກັບ​ຄະນະ​ກຳມະການ​ປະຊາຊົນ​ທຸກ​ຂັ້ນ ມີ​ບົດບາດ​ຄຸ້ມ​ຄອງ,​ ສ້າງ​ເງື່ອນ​ໄຂ​ສະດວກ, ຫນູນ​ຊ່ວຍ​ງົບປະມານ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ໄກ່​ເກ່ຍປອງ​ດອງ​ຢູ່​ຂັ້ນ​ຮາກ​ ຖານ. ຈຸດ​​ໃຫມ່​ຂອງ​ຮ່າງ​ກົດໝາຍ​ສະບັບ​ນີ້ ​ເມື່ອ​ທຽບ​ໃສ່​ລັດຖະບັນຍັດ​ວ່າ​ດ້ວຍ​ການໄກ່​ເກ່ຍປອງ​ດອງຢູ່​ຂັ້ນ​ຮາກ​ຖານ​ ໃນ​ປະຈຸ​ບັນ ​ແມ່ນ​ຮັບ​ຮູ້​ບົດບາດ​ຫລັກ​ແຫ​ລ່ງຂອງ​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສະມາຊິກ​ໃນ​ວຽກ​ງານ​ໄກ່​ເກ່​ຍປອງ​ດອງ. ກ່ຽວ​ກັບ​ມາດຖານ​ສຳລັບຜູ້​ເຮັດ​ວຽກ​ງານ​ໄກ່​​ເກ່ຍປອງ​ດອງ​ຢູ່​ຂັ້ນ​ຮາກ​ຖານ, ​ທ່ານ​ນາງ ຫງວຽນ​ທິບິ​ກຍ້ຽມ, ສສຊ ​ແຂວງ ອຽນ​ບາຍ ປະກອບ​ຄຳ​ເຫັນ​ວ່າ:

        “ຂ້າພະ​ເຈົ້າ​ເຫັນ​ດີ​ຕໍ່​ເລື່ອງ ຜູ້​ເຮັດ​ວຽກ​ງານ​ໄກ​່​​ເກ​ຍປອງ​ດອງມີ​ຄວາມ​ຮູ້​ດ້ານ​ກົດໝາຍ​ແມ່ນ​ດີ​ທີ່​ ສຸດ ​ແລະ ຈຳ​ເປັນ​ທີ່​ສຸດ. ສະ​ນັ້ນ ຂ້າພະ​ເຈົ້າ​ສະ​ເຫ​ນີວ່າ: ກົດໝາຍ​ສະບັບ​ດັ່ງກ່າວ​ຕ້ອງ​ກຳນົດ​ມາດຖານ​ຂອງ​ຜູ້​ເຮັດ​ວຽກ​ງານ​ໄກ່​ເກ່ຍປອງ ​ດອງ​ຕາມ​ທິດ​ເປີດ ​ເພື່ອ​ເໝາະ​ສົມ​ກັບ​ແຕ່ລະ​ເຂດ, ​​ແຕ່ລະ​ທ້ອງ​ຖິ່ນ. ​ໃນ​ວິວັດ​ການ​ໄກ່​ເກ່ຍປອງ​ດອງ ຄວນ​ສ້າງ​ເງ່ືອນ​ໄຂ​ໃຫ້​ແກ່​ຜູ້​ເຮັດ​ວຽກ​ງານ​ໄກ່​ເກ່ຍປອງ​ດອງ​ໄດ້​ຮັບ​ການ​ ບຳລຸງ​ຄວາມ​ຮູ້​ດ້ານ​ກົດໝາຍ, ຍົກ​ສູງ​ວິຊາ​ສະ​ເພາະ ​ແລະ ຄວາມ​ຊຳນານ​ງານ​ໃນ​ການ​ໄກ່​ເກ່​ຍປອງ​ດອງ​ຢູ່​ຂັ້ນ​ຮາກ​ຖານ.”

 

 

 

 

 

 

ຂ່າວ/ບົດ​ອື່ນ