ສະພາແຫ່ງຊາດປຶກສາຫາລື ນະໂຍບາຍກົດໝາຍລົງທຶນ ໃຫ້ແກ່ກະສິກຳ

( vovworld ) –    ວັນ​ທີ 5/6, ​ ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື​ຢູ່​ຫໍ​ປະຊຸມ​ກ່ຽວ​ກັບການ​ປະຕິບັດນະ​ໂຍບາຍ​ກົດໝາຍ​ກ່ຽວ​ກັບ​ການລົງທຶນ​ຂອງ​ລັດໃຫ້​ແກ່​ຂົ​ງ​ເຂດກະສິກຳ-​ຊາວ​ກະສິກອນ-​ຊົນນະບົດ. ວາລະ​ປະຊຸມ​ໄດ້​ຮັບ​ການຖ່າຍ​ຖອດ​ສົດ​ທາງ​ວິທະຍຸ, ​ໂທລະພາບ, ອັນ​ໄດ້ຕອບ​ສະໜອງ​ຄວາມ​ມຸ້ງ​ຫວັງ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງທົ່ວ​ປະ​ເທດ. ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ລ້​ວນ​ແຕ່ມີຄຳ​ເຫັນ​ເປັນ​ເອກະ​ສັນ ​ໂດຍ​ຖື​ວ່າ​ເລື່ອງ​ຕີ​ລາຄາ​ຄືນ​ໃໝ່​ລັກສະນະ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ ຂອງ​ນະ​ໂຍບາຍ​ການ​ລົງທຶນໃຫ້​ແກ່​ຂົງ​ເຂດກະສິກຳ-​ຊາວ​ກະສິກອນ-​ຊົນນະບົດ, ​ຮັບ​ຮູ້​ບັນດາ​ຂໍ້ຄົງ​ຄ້າງ, ຄວາມ​ຈຳກັດຢ່າງ​ກົງ​ໄປ​ກົງ​ມາ, ຈາກ​ນັ້ນວາງ​ອອກ​ບັນດາ​ມາດ​ຕະການ​ແກ້​ໄຂ​ການ​ປະຕິບັດ​ນະ​ໂຍບາຍ​ນີ້​ໃຫ້​ດີ​ກ່ວອີກ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ ​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການອັນ​ຈຳ​ເປັນ.

ສະພາແຫ່ງຊາດປຶກສາຫາລື ນະໂຍບາຍກົດໝາຍລົງທຶນ ໃຫ້ແກ່ກະສິກຳ - ảnh 1

(ພາບ:domenal.com.vn)

  ຄຳ​ເຫັນຂອງ​ບັນດາ ສສຊ ສ່ວນ​ຫຼາຍລ້ວນ​​ແຕ່​​ຢືນຢັນ​ວ່າ ​ໂຄງການລົງທຶນ​ໃຫ້​ແກ່​ຂົງ​ເຂດກະສິກຳ-​ຊາວ​ກະສິກອນ-​ຊົນນະບົດ​ແມ່ນ​ໂຄງການ​ທີ່​ມີ​ຄວາມ​ໝາຍ, ​ໄດ້​ຮັບ​ການ​ຕອບ​ສະໜອງ, ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ແລະ ປະຊາຊົນ. ​ໃນ​ໄລຍະ​ທີ່​ຜ່ານ​ມາ, ພັກ, ລັດ​ຫວຽດນາມ ​ໄດ້​ປະກາດ​ໃຊ້​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ກ່ຽວ​ກັບ​ການລົງທຶນ​ໃຫ້​ແກ່​ຂົງ​ເຂດກະສິກຳ-​ຊາວ​ກະສິກອນ-​ຊົນນະບົດ, ​ເຮັດ​ໃຫ້​ໂສມ​ໜ້າຊົນນະບົດ​ມີ​ການ​ປ່ຽນ​ແປງ, ຊຸກຍູ້​ການ​ພັດທະນາ​ກະສິກຳຮອບດ້ານ​ດີ​ພໍ​ສົມຄວນ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ໃນ​ຂົງ​ເຂດກະສິກຳ-​ຊາວ​ກະສິກອນ-​ຊົນນະບົດຍັງ​ສະ​ແດງ​ໃຫ້​ເຫັນ​ບັນດາ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ, 1 ​ໃນ​ບັນດາ​ສິ່ງ​ຈຳກັດນັ້ນ​ແມ່ນ​ຈຳນວນ​ເອກະສານ​ນິຕິ​ກຳຖືກປະກາດ​ໃຊ້​ຫຼາຍ​ເກີດ​ໄປ. ທ່ານ Nguyen Lam Thanh ສສຊ ​ແຂວງ Lang Son ຍົກ​ຕົວຢ່າງ​ວ່າ:

​ດ້ວຍເອກະສານ, ນະ​ໂຍບາຍ​ຫຼາຍ​ເຊັ່ນ​ນັ້ນ ຈະ​ເກີດ​ມີການທັບຊ້ອນ, ບໍ່ເປັນເອກະພາບ     ຊື່​ງ​ໄດ້​ກໍ່​ຄວາມ​ຫຍຸ້ງຍາກ​ໃນປະຕິບັດ. ໄປຄຽງ​ຄູ່​ກັນນັ້ນ, ​ຂາດ​ບັນດາ​ນະ​ໂຍບາຍ​ທີ່ມີ​ລັກສະນະ​ກະ​ໂດດ​ຂັ້ນ​ໃຫ້​ແກ່​ການ​ພັດທະນາ​ຄື: ນະ​ໂຍບາຍ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ, ຊຸກຍູ້​ຕະຫຼາດ, ປຸງ​ແຕ່​ງຜະລິດ​ຕະພັນ​ກະ​ເສດ​ເພື່ອ​​ເພີ່ມ​ທະວີ​ປະສິດທິ​ຜົນ ​ແລະ ລັກສະນະ​ແກ່ງ​ແຍ້​ງ


ສະພາແຫ່ງຊາດປຶກສາຫາລື ນະໂຍບາຍກົດໝາຍລົງທຶນ ໃຫ້ແກ່ກະສິກຳ - ảnh 2

ທ່ານ Nguyen Lam Thanh ສສຊ ​ແຂວງ Lang Son

(ພາບ:vietnamplus.vn)

    ທ່ານ Nguyen Van Son ສສຊ ​ແຂວງ Ha Tinh ສະ​ເໜີ​ວ່າ: ຕ້ອງ​ຖື​ເລື່ອງ​ເພີ່ມ​ໂຄງ​ປະກອບ​ເງິນ​ລົງທຶນ​ໃຫ້​ແກ່​ກະ​ສິກຳ​ເປັນ​ສຳຄັນ ຕາມ​ທິດ​ແບ່ງ​ຂັ້ນ​ໃຫ້​ແກ່​ທ້ອງ​ຖິ່ນ​ຢ່າງ​ແຮງ​ກ່ວາ. ທ່ານ Nguyen Van Son ກ່າວ​ວ່າ:

   “Ha Tinh ແມ່ນ​ແຂວງ​ມີ​ບາດກ້າວພັດທະນາ​ທີ່ຂັນແຂວງທາງ​ດ້ານ​ອຸດສາຫະກຳ​ໃນ​ເບື້ອງຕົ້ນ ​ແຕ່​ກໍ່​ມີ​ຄວາມ​ເອົາ​ໃຈ​ໃສ່​ເປັນພິເສດ ເຖິງ​ບັນຫາກະສິກຳ-​ຊາວ​ກະສິກອນ-​ຊົນນະບົດ, ພິ​ເສດ​ແມ່ນ​ປະຈຸ​ບັນ​ມີ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່. ພວກ​ຂ້າພະ​ເຈົ້າ​ເລືອກ​ເອົາ​ບັນດາ​ຜະລິດ​ຕະພັນຕົ້ນຕໍ, ບັນດາ​ຮູບ​ແບບ​ເສດຖະກິດ, ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ໃຫ້​ແກ່​ຊາວ​ກະສິກອນ. ພາຍຫຼັງ​ເລືອກ​ເອົາຜະລິດ​ຕະພັນຕົ້ນຕໍຂອງ​ທ້ອງ​ຖິ່ນ, ຂອງ​ເຂດ, ຂອງ​ແຂ​ວງ​ແລ້ວ, ຈະ​ສຸມ​ໃສ່​ລົງທຶນ​ດ້ານ​ແຫຼ່ງ​ແນວ​ພັນ, ຊີ້​ນຳ​ດ້ານວິທະຍາສາດ​ເຕັກ​ໂນ​ໂລ​ຊີ ​ແລະ ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ຂອດ​ປຸງ​ແຕ່ງ, ຊອກຫາສົ້ນອອກ​ໃຫ້​ແກ່ຜະລິດ​ຕະພັນຂອງ​ຊາວ​ກະສິກກອນ. ປະຕິບັດ​ຕາມ​ແຕ່​ລະບາດ​ກ້າວ​ເພື່ອສ້າງການ​ຕິດ​ພັນ​ກັບ​ອຸດສາ​ຫະກຳ. ນີ້​ແມ່ນ​ປັດ​ໄຈ​​ສ້າງຄວາມເປັນ​ເຈົ້າການ​ເພື່ອ​ມົນທົບບັນດາ​ແຫຼ່ງກຳລັງເຂົ້ານຳກັນ“.

 

 

 



ຂ່າວ/ບົດ​ອື່ນ