ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ເຮືອນ​ຢູ່ (ສະ​ບັບ​ປັ​ບ​ປຸງ) ແລະ ກົດ​ໝາຍ​ວ່າ​ດ້ວຍ​ຊັບ​ພະ​ຍາ​ກອນ​ນ້ຳ (ສະ​ບັບ​ປັບ​ປຸງ)

(VOVWORLD) - ວັນທີ 26 ຕຸລາ, ສະພາແຫ່ງຊາດ ຫວຽດນາມ ໄດ້ນຳສະເໜີກ່ຽວກັບການປັບປຸງບາງເນື້ອໃນຂອງມະຕິເລກທີ 53 ປີ 2017 ຂອງສະພາແຫ່ງຊາດຊຸດທີ XIV ກ່ຽວກັບບົດລາຍງານການຄົ້ນຄວ້າຄວາມເປັນໄປໄດ້ຂອງໂຄງການເວນຄືນທີ່ດິນ, ຊົດເຊີຍ, ໜູນຊ່ວຍ, ສ້າງເຂດຊຸມຊົນໃຫ້ປະຊາຊົນທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງທ່າອາກາດສະຍານສາກົນ ລອງແທ່ງ. 
ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ເຮືອນ​ຢູ່ (ສະ​ບັບ​ປັ​ບ​ປຸງ) ແລະ ກົດ​ໝາຍ​ວ່າ​ດ້ວຍ​ຊັບ​ພະ​ຍາ​ກອນ​ນ້ຳ (ສະ​ບັບ​ປັບ​ປຸງ) - ảnh 1(ພາບປະກອບ: quochoi.vn)

ໂດຍສືບຕໍ່ແຜນການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ວັນທີ 26 ຕຸລາ, ສະພາແຫ່ງຊາດ ຫວຽດນາມ ໄດ້ນຳສະເໜີກ່ຽວກັບການປັບປຸງບາງເນື້ອໃນຂອງມະຕິເລກທີ 53 ປີ 2017 ຂອງສະພາແຫ່ງຊາດຊຸດທີ XIV ກ່ຽວກັບບົດລາຍງານການຄົ້ນຄວ້າຄວາມເປັນໄປໄດ້ຂອງໂຄງການເວນຄືນທີ່ດິນ, ຊົດເຊີຍ, ໜູນຊ່ວຍ, ສ້າງເຂດຊຸມຊົນໃຫ້ປະຊາຊົນທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງທ່າອາກາດສະຍານສາກົນ ລອງແທ່ງ. ກໍໃນວັນດຽວກັນ, ບັນດາສະມາຊິກສະພາແຫ່ງຊາດ ກໍປຶກສາຫາລືກ່ຽວກັບບາງເນື້ອໃນທີ່ຍັງມີຄວາມເຫັນແຕກຕ່າງກັນຂອງ ຮ່າງກົດໝາຍວ່າດ້ວຍເຮືອນຢູ່ (ສະບັບປັບປຸງ) ແລະ ຮ່າງກົດໝາຍວ່າດ້ວຍຊັບພະຍາກອນນ້ຳສະບັບ (ປັບປຸງ).

 

ຕອບກັບ

ຂ່າວ/ບົດ​ອື່ນ