ສະພາແຫ່ງຊາດປຶກສາຫາລືກ່ຽວກັບປະມວນກົດໝາຍແພ່ງ(ສະບັບປຸງປຸງ)

ສະພາແຫ່ງຊາດປຶກສາຫາລືກ່ຽວກັບປະມວນກົດໝາຍແພ່ງ(ສະບັບປຸງປຸງ) - ảnh 1
ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 9 ສະ​ພາ​ແຫ່ງ​ຊາດ
​ຫວຽດ​ນາມ ຊຸດ​ທີ 13
ພາບ:vietnamplus.vn

(vovworld)- ຕອນ​ເຊົ້າ​ວັນ​ທີ 10/6, ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 9 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 13 ໄດ້​ປຶກ​ສາ​ຫາ​ລື ຮ່າງ​ປະ​ມວນ​ກົດ​ໝາຍ​ແພ່ງ(ສະ​ບັບ​ປັບ​ປຸງ). ປະ​ມວນ​ກົດ​ໝາຍ​ແພ່ງ​ໄດ້​ຮັບ​ຖື​ວ່າ​ແມ່ນ​ກົດ​ໝາຍ​ພື້ນ​ຖານທີ່​ສຳ​ຄັນ​ໃນ​ລະ​ບົບ​ເອ​ກະ​ສານ​ນິ​ຕິ​ກຳ, ສຸມ​ໃສ່​ປັບ​ປຸງ​ຫລາຍ​ດ້ານ​ໃນ​ການ​ພົວ​ພັນ​ສັງ​ຄົມ​ທີ່​ກ່ຽວ​ຂ້ອງ​ເຖິງ​ຊີ​ວິດ​ການ​ເປັນ​ຢູ່​ປະ​ຈຳ​ວັນ​ຂອງ​ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ. ທີ່​ວາ​ລະ​ປຶກ​ສາ​ຫາ​ລື, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຖື​ວ່າ ການ​ປັບ​ປຸງ​ປະ​ມວນກ​ົດ​ໝາຍ​ແພ່ງ ແມ່ນ​ສິ່ງ​ຈຳ​ເປັນ​ທີ່​ສຸດ​ໃນ​ສະ​ພາບ​ການ​ປະ​ຈຸ​ບັນ, ເພື່ອ​ຕອບ​ສະ​ຫນອງ​ຄ​ວາມ​ຮຽກ​ຮ້ອງ​ຕ້ອງ​ການ​ກ່ຽວ​ກັບ​ການ​ຮັບ​ຮູ້, ເຄົາ​ລົບ, ປົກ​ປ້ອງ ແລະ ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ, ສິດ​ພົນ​ລະ​ເມືອງ, ສ້​າງ​ລະ​ບອບ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ການ​ຕະ​ຫລາດ​ຕາມ​ການ​ນຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ ໃຫ້​ສົມ​ບູນ​ແບບ.

ຂ່າວ/ບົດ​ອື່ນ