ສະພາ​ແຫ່ງ​ຊາດ​ປຶກສາ​ຫາລື​ກ່ຽວກັບ​ມະຕິ​ວ່າ​ດ້ວຍ​ການ​ທົດ​ລອງ​ຈັດ​ຕັ້ງຮູບ​ແບບ​ອໍານາດ​ການ​ປົກຄອງ​ຕົວ​ເມືອງ ຢູ່​ນະຄອນ​ດ່າໜັງ

(VOVWORLD) -       ໂດຍສືບຕໍ່ລາຍການຂອງກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມຊຸດທີ 14, ຕອນເຊົ້າວັນທີ 23 ພຶດສະພາ, ສະພາແຫ່ງຊາດໄດ້ຮັບຟັງໃບຍື່ນສະເໜີກ່ຽວກັບຮ່າງກົດໝາຍວ່າດ້ວຍການພັກອາໄສ; ປະກອບຄໍາເຫັນໃສ່ຮ່າງມະຕິວ່າດ້ວຍການທົດລອງຈັດຕັ້ງຮູບແບບອໍານາດການປົກຄອງຕົວເມືອງ ຢູ່ນະຄອນ ດ່າໜັງ.

        ໃນໃບຍື່ນສະເໜີ, ທ່ານລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ໂຕເລິມ ຊີ້ແຈ້ງວ່າ: ຮ່າງກົດໝາຍວ່າດ້ວຍການພັກອາໄສ (ສະບັບປັບປຸງ) ຕາມທິດ ປ່ຽນຮູບແບບການຄຸ້ມຄອງການພັກອາໄສແບບເກົ່າ ຄື ປຶ້ມສໍາມະໂນຄົວ, ປຶ້ມອະນຸຍາດໃຫ້ພັກອາໄສຈາກເຈ້ຍ ມາເປັນການຄຸ້ມຄອງຜ່ານທາງຂໍ້ມູນເອເລັກໂຕນິກ, ໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ. ລະອຽດແມ່່ນ ນໍາໃຊ້ລະຫັດສ່ວນຕົວຂອງພົນລະເມືອງ, ອັບເດັດຂໍ້ມູນໃນປະຕູຖານຂໍ້ມູນແຫ່ງຊາດ ກ່ຽວກັບພົນລະເມືອງ; ປະຕູຖານຂໍ້ມູນດັ່ງກ່າວ ຈະນໍາໃຊ້ລະບົບອິນເຕີແນັດ ໂດຍສາມາດແບ່ງປັນ, ເຊື່ອມຕໍ່ກັບບັນດາກະຊວງ, ຂະແໜງການ ແລະ ຫົວໜ່ວຍທີ່ກ່ຽວຂ້ອງ.

ສະພາ​ແຫ່ງ​ຊາດ​ປຶກສາ​ຫາລື​ກ່ຽວກັບ​ມະຕິ​ວ່າ​ດ້ວຍ​ການ​ທົດ​ລອງ​ຈັດ​ຕັ້ງຮູບ​ແບບ​ອໍານາດ​ການ​ປົກຄອງ​ຕົວ​ເມືອງ ຢູ່​ນະຄອນ​ດ່າໜັງ - ảnh 1 ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມຊຸດທີ 14 (ພາບ: quochoi.vn)

        ເມື່ອປະກອບຄໍາເຫັນໃສ່ຮ່າງມະຕິວ່າດ້ວຍການທົດລອງການຈັດຕັ້ງຮູບແບບອໍານາດການປົກຄອງຕົວເມືອງ ຢູ່ນະຄອນດ່າໜັງ, ບັນດາສະມາຊິກສະພາແຫ່ງຊາດໄດ້ເຫັນດີຕໍ່ການທົດລອງໃຫ້ຈັດຕັ້ງ  1 ຂັ້ນອໍານາດການປົກຄອງຕົວເມືອງ ແລະ  3 ຂັ້ນອໍານາດການປົກຄອງ ໃນຊົນນະບົດ ຢູ່ນະຄອນດ່າໜັງ ແລະ ບາງກົນໄກ, ນະໂຍບາຍທີ່ມີລັກສະນະສະເພາະພິເສດອື່ນ.

        ທີ່ວາລະການເຮັດວຽກໃນຕອນບ່າຍ, ສະພາແຫ່ງຊາດຈະປຶກສາຫາລືກ່ຽວກັບບາງເນື້ອໃນທີ່ຍັງມີຄໍາເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍການປັບປຸງ ແລະ ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການກໍ່ສ້າງ. ຢູ່ນອກວາລະເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 9 ຄັ້ງນີ້, ບັນດາສະມາຊິກສະພາແຫ່ງຊາດກໍ່ໄດ້ປຶກສາຫາລືເພື່ອກໍ່ສ້າງແຜນການດີທີ່ສຸດໃຫ້ແກ່ໄລຍະພາຍຫຼັງໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ