ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍແນວໂຮມປະເທດຊາດຫວຽດນາມ (ສະບັບປັບປຸງ)

ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍແນວໂຮມປະເທດຊາດຫວຽດນາມ (ສະບັບປັບປຸງ) - ảnh 1
(ພາບປະກອບ)
(vovworld) –  ໂດຍ​ສືບ​ຕໍ່​ວາລະ​ປະຊຸມ​ຄັ້ງ​ທີ 17, ຕອນ​ເຊົ້າ​ວັນ​ທີ 16/04, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ປຶ​ກສາ​ຫາລື, ​ໃຫ້​ຄຳ​ຄິດ​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ​ (ສະບັບ​ປັບປຸງ). ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​​ໄດ້​ເປັນ​ປະທານ​ກອງ​ປະຊຸມ. ຮ່າງ​ກົດໝາຍ​ວ່າ​ດ້ວຍ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ​ (ສະບັບ​ປັບປຸງ) ​ເຊິ່ງລວມມື 5 ໝວດ ​ແລະ 34 ມາດ​ຕາ ດ້ວຍ​ບັນດາ​ມາດຕາ, ຊຶ່ງກຳນົດການສືບທອດຈາກກົດໝາຍ​ປະຈຸ​ບັນ ​ແລະ ​ໄດ້​ຮັບ​ການ​ຊັບຊ້ອນ​ເປັນລຳດັບຄືນ ​ເພື​່ອຮັບປະກັນ​ລັກສະນະ​ໂລ​ຊິກ, ​ສົມເຫດສົມຜົນ​ຂອງ​ເນື້ອ​ໃນ​ການກຳນົດ ກໍ​ຄື​ຄວາມ​ຮຽກຮ້ອງ​ຕ້ອງການ​ດ້ານ​ນິຕິບັນຍັດ, ຮັບປະກັນ​, ທັດສະນະ ​ແລະ ຈຸດໝາຍ​ຂອງການປັບປຸງ​ກົດໝາຍ. ທ່ານນາງ ຫງວຽນ​ກິມທວາ, ຫົວໜ້າ​ກຳມາ​ທິການ​ປ້ອງ​ກັນຊາ​ດ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ ​ໄດ້​ຖື​ວ່າ. ຕ້ອງ​ເຮັດ​ໃຫ້ຈະແຈ້ງ​ດ້ານທາດ​​ແທ້​ຂອງ​ການ​ຕິດຕາມ​ກວດກາ​ທີ່​ມີ​ລັກສະນະ​ປະຊາຊົນ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ, ທ່ານ​ກ່າວ​ວ່າ.

“ປະຈຸ​ບັນ, ພວກ​ເຮົາມີການ​ຕິດຕາມ​ກວດກາ​ສິດ​ອຳນາດ​ຂອງ​ອົງການ​ສຳນັກງານໂດ​ຍປະຊາຊົນ​ເລືອກ​ຕັ້ງ, ຕິດຕາມກວດກາ​ສິດອຳນາດການ​ເມືອງ​ຂອງ​ບັນດາ​ອົງການ​ພັກ, ສ່ວນ​ການ​ຕິດ​ຕາມກວດກາ​ຂອງແນວ​ໂຮມ​ປະ​ເທດ​ຊາດ ​ແມ່ນ​ມີລັກສະນະ​ປະຊາຊົນ. ນັ້ນ​ແມ່ນ​ທາດ​ແທ້​ຂອງການຕິດຕາມ​ກວດກາ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ ສິ່ງ​ດັ່ງກ່າວ​ກໍ່​ເໝາະ​ສົມ​ກັບ​ທີ່​ຕັ້ງ​ບົດບາດຂອງແນວ​ໂຮມ​ປະ​ເທດ​ຊາດ ​ເຊິ່ງ​ໄດ້​ລະບຸກຳນົດ​ໃນ​ລັດຖະທຳ​ມະນູນ ​ແລະ ກົດໝາຍ ​ແມ່ນ​ບ່ອນ​ທີ່​ລວບລວມຄຳ​ຄິດ​ຄຳ​ເຫັນ, ຂໍ້​ສະ​ເໜີ​ແນະຂອງ​ປະຊາຊົນ​ທີ່ມີຕໍ່​ພັກ ​ແລະ ລັດ.”

​ແລະ​ກໍ​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ສືບ​ຕໍ່​ວາລະ​ປະຊຸມ, ​ໃຫ້​ຄຳ​ຄິດ​ຄຳ​ເຫັນ​ໃສ່​ບົດລາຍງານຂອງ​ລັດຖະບານ​ກ່ຽວ​ກັບ​ບາງ​ມາດ​ຕະການ​​ແກ້​ໄຂ​ດ້ານອາກອນ ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ການ​ຜະລິດ, ດຳ​ເນີນ​ທຸ​ລະ​ກິດ ​ແລະ ປຶກສາ​ຫາລື​ກ່ຽວ​ກັບຮ່າງກົດໝາຍ ສະບັບ​ປັບປຸງ, ​ເພີ່ມ​ເຕີ່​ມບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ອາກອນ​ລາຍ​ຮັບ​ວິ​ສາ​ຫະກິດ.

ຂ່າວ/ບົດ​ອື່ນ