ສະ​ພາ​ແຫ່​ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ແຮງ​ງານ​ຫວຽດ​ນາມ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ ຕາມ​ສັນ​ຍາ (ສະ​ບັບ​ປັບ​ປຸງ)

(VOVWORLD) -  ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 9 ສະພາແຫ່ງຊາດຫວຽດນາມຊຸດທີ 14, ຕອນເຊົ້າວັນທີ 10 ມິຖຸນາ, ສະພາແຫ່ງຊາດຫວຽດນາມ ໄດ້ປຶກສາຫາລື, ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍແຮງງານຫວຽດນາມໄປເຮັດວຽກຢູ່ຕ່າງປະເທດຕາມສັນຍາ (ສະບັບປັບປຸງ).
ສະ​ພາ​ແຫ່​ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ແຮງ​ງານ​ຫວຽດ​ນາມ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ ຕາມ​ສັນ​ຍາ (ສະ​ບັບ​ປັບ​ປຸງ) - ảnh 1ສະມາຊິກສະພາແຫ່ງຊາດນະຄອນໂຮ່ຈີມິນ ປຶກສາຫາລືກ່ຽວກັບຮ່າງກົດໝາຍ ວ່າດ້ວຍແຮງງານຫວຽດນາມໄປເຮັດວຽກຢູ່ຕ່າງປະເທດ ຕາມສັນຍາ (ສະບັບປັບປຸງ) (ພາບ: TTXVN)

        ສະມາຊິກສະພາແຫ່ງຊາດສ່ວນຫຼາຍ ຖືວ່າ ຮ່າງກົດໝາຍດັ່ງກ່າວ ຕ້ອງເພີ່ມທະວີວຽກງານຄຸ້ມຄອງລັດໃຫ້ຫຼາຍກວ່າອີກ, ຕ້ອງມີກົດບັງຄັບຢ່າງເຂັ້ມງວດກວ່າ, ສ້າງກາລະໂອກາດໃຫ້ບັນດາວິສາຫະກິດຢ່າງເປັນທາງການ, ບັນດາວິສາຫະກິດທີ່ໄດ້ຮັບອະນຸຍາດໃຫ້ສົ່ງແຮງງານໄປເຮັດວຽກຢູ່ຕ່າງປະເທດ, ພິເສດແມ່ນຕ້ອງຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດຂອງຫວຽດນາມ ທີ່ໄປເຮັດວຽກຢູ່ຕ່າງປະເທດ, ເພີ່ມທະວີການປົກປ້ອງບັນດາສິດ, ຜົນປະໂຫຍດອັນຖືກຕ້ອງຕາມກົດໝາຍຂອງແຮງງານທີ່ໄປເຮັດວຽກຢູ່ຕ່າງປະເທດ.

        ໃນຕອນເຊົ້າຂອງວັນດຽວກັນ, ສະພາແຫ່ງຊາດກໍໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການແກ້ໄຂການລະເມີດດ້ານການບໍລິຫານ.


ຕອບກັບ

ຂ່າວ/ບົດ​ອື່ນ