ສະພາແຫ່ງຊາດປຶກສາຫາລືບັນດາຮ່າງກົດໝາຍ, ປະມວນກົດໝາຍທີ່ສຳຄັນ

   ສະພາແຫ່ງຊາດປຶກສາຫາລືບັນດາຮ່າງກົດໝາຍ, ປະມວນກົດໝາຍທີ່ສຳຄັນ  - ảnh 1

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ຮ່າງ​ກົດ​ໝາຍ​ເລືອກ​ຕັ້ງ​
ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແລະ​ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ

ພາບ:baoxaydung.com.vn

(vovworld)-   ໂດຍ​ສືບ​ຕໍ່​ໂຄງ​ການ​ເຄື່ອນ​ໄຫວ​ຂອງກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 9 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 13, ຕອນ​ບ່າຍ​ວັນ​ທີ 3/6, ບັນ​ດາ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊ​າດ​ປຶກ​ສາ​ຫາ​ລື​ຢູ່​ຕາມ​ໜ່ວຍ​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ປະ​ຊາ​ມະ​ຕິ, ຮ່າງ​ກົດ​ໝາຍ​ປັບ​ປຸ່ງ, ເພີ່ມ​ເຕີມ​ບາງ​ຂໍ້​ມາດ​ຕາ​ຂອງ​ປະ​ມວນ​ກົດ​ໝາຍ​ວ່າ​ດ້ວຍ​ການ​ເດີນ​ທະ​ເລ​ຫວຽດ​ນາມ. ບັນ​ດາ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊ​າດ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ວ່າ ​ການ​ລົງ​ປະ​ຊາ​ມະ​ຕິຕ້ອງ​ປະ​ຕິ​ບັດ​ໃນ​ທົ່ວ​ປະ​ເທດ, ຫາກບໍ່​ແມ່ນ​ປະ​ຕິ​ບັດ​ດຳ​ເນີນ​ການ​ລົງ​ປະ​ຊາ​ມະ​ຕິ​ຂອງ​ທ້ອງ​ຖິ່ນ​ໃດ​ໜຶ່ງ, ແລະ ບັນ​ຫາ​ທີ່​ນຳ​ມາ​​ລົງ​ປະ​ຊາ​ມະ​ຕິແມ່ນ​ບັນ​ຫາ​ທີ່​ມີ​ຄວາມ​ໝາຍລະ​ດັບ​ຊາດ. ກ່ຽວ​ກັ​ບ​ພາກ​ສ່ວນທີ່​ມີ​ສິດ​ນຳ​ບັນ​ຫາ​ໄປ​​ລົງ​ປະ​ຊາ​ມະ​ຕິ, ທ່ານ ອວງ​ຈູ​ລິວ, ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊ​າດ ແຂວງ ແທງ​ຮ້​ວາ ຖື​ວ່າ : 

    “ ພາກ​ສ່ວນ​ທີ່​ມີ​ສິດ​ລົງ​ປະ​ຊາ​ມະ​ຕິ, ກ່ອນ​ອື່ນ​ໝົດ​ແມ່ນ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ, ທີ 2 ແມ່ນ​ປະ​ທານ​ປະ​ເທດ, ລັດ​ຖະ​ບານ ແລະ 1/3ຈຳ​ນວນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊ​າດ. ສິດ​ຕັດ​ສິນ​ສຸດ​ທ້າຍ​ຊຶ່ງ​ຈະ​ດຳ​ເນີນ​ການ​ລົງ​ປະ​ຊາມ​ະ​ຕິຫຼືບໍ່ດຳ​ເນີນ​ການ​ລົງ​ປະ​ຊາມ​ະ​ຕິ ຕາມ​ຂໍ້​ກຳ​ນົດ​ຂອງ​ລັດ​ຖະ​ທຳ​ມະ​ນູນ ໂດຍ​ແມ່ນ​ສະ​ພາ​ແຫ່ງ​ຊາດ​ຕັດ​ສິນ​ ”

     ກ່ອນ​ໜ້າ​ນັນ້, ໃນ​ຕອນ​ເຊົ້າ​ຂອງວັນ​ດຽວ​ກັນ​ກັນ, ບັນ​ດາ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊ​າດ​ປຶກ​ສາ​ຫາ​ລື​ຢູ່​ຫໍ​ປະ​ຊຸມ​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​.       ກ່ຽວ​ກັບ​ອົງ​ປະ​ກອບ​ຜູ້​ໄດ້​ຮັບ​ການ​ສະ​ເໜີ​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ, ທ່ານ​ນາງ ຫງວຽນ​ທິ​ຟຸກ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊ​າດແຂວງ ບິງ​ຖ້ວນ ມີ​ຄຳ​ເຫັນ​ວ່າ : 

    “ຕ້ອງຮັບປະກັນເພື່ອໃຫ້ມີຢ່າງຫນ້ອຍສຸດ 18% ຈຳນວນຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ ແມ່ນຊາວຊົນເຜົ່າສ່ວນຫນ້ອຍ ແລະ ຕ້ອງ​ຮັບ​ປະ​ກັນ​ ຢ່າງ​ໜ້ອຍ​ມີ 35% ຈຳ​ນວນ​ຜູ້ ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງເປັນ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊ​າດ ແມ່ນ​ແມ່​ຍິງ. ກຳ​ນົດ​ເຊັ່ນ​ນັ້ນ, ຂ້າ​ພະ​ເຈົ້າ​ເຫັນ​ວ່າ ນີ້​ແມ່ນ​ບາດ​ກ້າວ​ເດີນ​ໃໝ່​ເມື່ອ​ທຽບ​ໃສ່​ກົດ​ໝາຍ​ພວມ​ປະ​ຕິ​ບັດ​ປະ​ຈຸ​ບັນ ”

ຂ່າວ/ບົດ​ອື່ນ