ສະພາແຫ່ງຊາດປຶກສາຫາລືປະມວນກົດໝາຍອາຍາ(ສະບັບປັບປຸງ)

ສະພາແຫ່ງຊາດປຶກສາຫາລືປະມວນກົດໝາຍອາຍາ(ສະບັບປັບປຸງ) - ảnh 1
ພາບ​ປະ​ກອບ

(vovworld) – ວັນ​ທີ 16/6, ສະ​ພາ​ແຫ່ງ​ຊາດ​ສະ​ຫງວນ​ເວ​ລາມື້​ໜຶ່ງ​ເພື່ອ​ປຶກ​ສາ​ຫາ​ລື​ຢູ່​ຫໍ​ປະ​ຊຸມ​ກ່ຽວ​ກັບ​ປະ​ມວນ​ກົດ​ໝາຍ​ອາ​ຍາ (ສະ​ບັບ​ປັບ​ປຸງ). ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນໂດຍ​ຖື​ວ່າ: ເລື່ອງ​ປັບ​ປຸງ​ປະ​ມວ​ນ​ກົດໝາຍ​ອາ​ຍາ ຄັ້ງ​ນີ້​ເພື່ອ​ແນ​ໃສ່​ຫັນ​ເປັນ​ລະ​ອຽດ ແລະ ສ້າງ​ພື້ນ​ຖານ​ນິ​ຕິ​ກຳ ເພື່ອ​ຮັບ​ປະ​ກັນ​ການ​ປະ​ຕິ​ບັດ​ລັດ​ຖະ​ທຳ​ມະ​ນູນ​ປີ 2013 ແລະ ສືບ​ຕໍ່​ຫັນ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ໃຫຍ່​ຂອງ ຫວຽດ​ນາມ ​ກ່ຽວ​ກັບ​ວຽກ​ງານ​ຕຸ​ລາ​ກ​ານເປັນ​ລະ​ບອບ, ໃນ​ນັ້ນ​ມີ​ກົດ​ໝາຍ​ອາ​ຍາ. ຕາມນັ້ນ​ແລ້ວ, ບັນ​ດາ​ເນື້ອ​ໃນ​ປັບ​ປຸງ, ເພີ່ມ​ເຕີມ​ປະ​ມວນ​ກົດ​ໝາຍ​ອາ​ຍາ​ສະ​ແດງ​ໃຫ​້​ເຫັນ​ນ້ຳ​ໃຈ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ກາ​ນ​ປ້ອງ​ກັນ ແລະ ລັກ​ສະ​ນະ​ມຸ່ງ​ໄປ​ເຖິງ​ຄວາມ​ໄມ​ຕີ​ຈິດ​ໃນ​ການ​ລົງ​ໂທດ​ຜູ້​ລະ​ເມີດ​​ກົດໝາຍ.

ເພື່ອ​ຮັບ​ປະ​ກັນ​ລັກ​ສະ​ນະ​ຄວ​າມ​ເປັນ​ໄປ, ຄຸນ​ນະ​ພາບ ແລະ ປະ​ສິດ​ທິ​ຜົນ​ຂອງ​ຮ່າງ​ປະ​ມວນ​ກົດ​ໝາຍ​ອາ​ຍາ(ສະ​ບັບ​ປັບ​ປຸງ), ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ເຫັນ​ດີ​​ກັບ​ການ​ປັບ​ປຸງ​ປະ​ມວນ​ກົດ​ໝາຍ​ສະ​ບັບ​ນີ້ ໂດຍ​ພື້ນ​ຖານ ແລະ ຮອບ​ດ້ານ ກ່ອ​ນ​ອື່ນ​ໝົດ​ຄວນ​ສຸມ​ໃສ່​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຕິດ​ຂັດ​ທີ່​ເຮັດ​ໃຫ້​ຜົນ​ສັກ​ສິດ, ປະ​ສິດ​ທິ​ຜົນ​ຂອງວຽກ​ງານ​ຕໍ່​ສູ້​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ ຖືກ​ຈຳ​ກັດ, ພຽງ​ແຕ່​ເພີ່ມ​ເຕີມ​ບັນ​ດາ​ບັນ​ຫາ​ໃຫມ່​ເມື່ອ​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ, ຕອບ​ສະ​ຫນອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ພຶດ​ຕິ​ກຳ. ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ເຫ​ັນ​ດີ​ກັບ​ຂໍ້​ສະ​ເຫນີ​ຂອງ​ລັດ​ຖະ​ບານ​ກ່ຽວ​ກັບ​ການ​ຈັດ​ຕັ້ງ​ຮັບ​ເອົາ​ຄຳ​ເຫັນ​ປະ​ກອບ​ຂອງ​ປະ​ຊາ​ຊົນ​ກ່ຽວ​ກັບ​ປະ​ມວນ​ກົດ​ໝາຍ​ອາ​ຍາ (ສະ​ບັບ​ປັບ​ປຸງ). ພະ​ອາ​ຈານ ທິກ​ບ໋າວ​ງຽມ, ສະ​ມາ​ຊິ​ກ​ສະ​ພາ​ແຫ່ງ​ຊາດ​ນະ​ຄອນ ຮ່າ​ໂນ້ຍ ປະ​ກອບ​ຄຳ​ເຫັນ​ວ່າ:

        “ນີ້​ແມ່ນ​ກົດ​ໝາຍ​ສຳ​ຄັນ​ພິ​ເສດ​ກ່ຽ​ວ​ຂ້ອງ​ເຖິງ​ສິດ ແລະ ການ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ, ພົນ​ລະ​ເມືອງ, ກ່ຽວ​ຂ້ອງ​ເຖິງ​ບັນ​ດາ​ຂໍ້​ກຳ​ນົດ​ລະ​ອຽດ​ສຳ​ລັບ​ລັດ​ຖະ​ທຳ​ມະ​ນູນ​ປີ 2013. ສະ​ນັ້ນ ຂ້າ​ພະ​ເຈົ້າ​ສະ​ເຫນີ ສະ​ພາ​ແຫ່ງ​ຊາດ​ຄວນ​ປະ​ກາດ​ໃຊ້​ ດຳ​ລັດ​ເພື່ອ​ຈັດ​ຕັ້ງ​ການ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ປະ​ຊາ​ຊົນ​ຢ່າງກວ້າງ​ຂວາງ​ໃນ​ໄລ​ຍະ​ຫນ້ອຍ​ສຸດ​ແມ່ນ 3 ເດືອນ ບົນ​ພື້ນ​ຖານນີ້ ລັດ​ຖະ​ບານ ສະ​ເຫນີ​ສະ​ພາ​ແຫ່ງ​ຊາດ​ພິ​ຈາ​ລະ​ນາ​ທີ່ກອງ​ປ​ະ​ຊຸມ​ສະ​ໄຫມ​ສາ​ມັນ​ເທ່​ືອ​ຈະ​ມາ​ເຖິງ.”


ຂ່າວ/ບົດ​ອື່ນ