ສະພາແຫ່ງຊາດປຶກສາຫາລືມະຕິປັບປຸງກ່ຽວກັບການລົງຄະແນນສຽງໄວ້ວາງໃຈ

ສະພາແຫ່ງຊາດປຶກສາຫາລືມະຕິປັບປຸງກ່ຽວກັບການລົງຄະແນນສຽງໄວ້ວາງໃຈ - ảnh 1
ພາບ​ປະ​ກອບ

(vovworld) – ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ມະ​ຕິ​ປັບ​ປຸງ​ກ່ຽວ​ກັບ​ການ​ລົງ​ຄະ​ແນນສຽງ​ໄວ້​ວາງ​ໃຈ - ນີ້​ແມ່ນ​ເນື້ອ​ໃນ​ການ​ເຮັດ​ວຽກ​ໃນ​ຕອນ​ບ່າຍ​ວັນ​ທີ 20/11 ໃນ​ຂອບ​ເຂດກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 8 ສະ​ພາ​ແຫ່ງ​ຊາດ ຊຸດ​ທີ 13. ຕອນ​ເຊົ້າ​ວັນ​ດ​ຽ​ວ​ກັນ, ສະ​ພາ​ແຫ່ງ​ຊາດ​ໄດ້ລົງ​ມະ​ຕິ​ຮັບ​ຮອງ​ເອົາ​ກົດ​ໝາຍ​ວ່າ​ດ້ວຍ​​ສະ​ພາ​ແຫ່ງ​ຊາດ (ສະ​ບັບ​ປັບ​ປຸງ), ກົດ​ໝາຍ​ວ່າ​ດ້ວຍ​ບັດ​ປະ​ກັນ​ສັງ​ຄົມ (ສະ​ບ​ັບ​ປັບ​ປຸງ) ດ້ວຍ​ອັດ​ຕາບັດ​ເຫັນ​ດີ​ສູງ. ຈາກນັ້ນ, ສະ​ພາ​ແຫ່ງ​ຊາດ ປຶກ​ສາ​ຫາ​ລື ຢູ່​ຫໍ​ປະ​ຊຸມ​ກ່ຽວ​ກັບ​ແຜນ​ຮ່າງ​ປ່ຽນ​ໃໝ່​ໂຄງ​ການ, ປື້ມ​ຕຳ​ລາ​ຮຽນ​ສຶກ​ສາ​ສາ​ມັນ.

ຕອນ​ບ່າຍ​ວັນ​ທີ 20/11, ສະພາ​ແຫ່ງ​ຊາດ​ໄດ້​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ບັດປະຈຳຕົວ​ພົນລະ​ເມືອງ ​ແລະ ຮ່າງ​ກົດໝາຍ​ສຳມະ​ໂນ​ພົນລະ​ເມືອງ ​ແລະ​ ກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ. ສະພາ​ແຫ່ງ​ຊາດ​ປຶກສາ​ຫາລື​ບາງ​ເນື້ອ​ໃນ​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ຂອງ​ຮ່າງ​ກົດໝາຍ​ມະຕິ​ສະບັບ​ປັບປຸງ​ເພີ່ມ​ເຕີມ​ບາງ​ຂໍ້​ຂອງ​ມະຕິ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ເລື່ອງ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ, ປ່ອນ​ບັດ​ໄວ້​ວາງ​ໃຈ​ສຳລັບ​ຜູ້​ດຳລົງ​ຕຳ​ແໜ່​ງ​ໂດຍ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​ເລືອກ​ຕັ້ງ​ຫຼື​ໃຫ້​ສັດຕະຍາບັນ

  ກ່ອນ​ໜ້ານັ້ນ, ຕອນ​ບ່​າຍ​ວັນ​ທີ 19/11, ສະ​ພາ​ແຫ່ງ​ຊາດ​ໄດ້​ສິ້ນ​ສຸດ​ວາ​ລະ​ຊັກ​ຖາມ​​ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ບານເປັນ​ເວ​ລາ​ກ່​ວາ 2 ວັນ. ກ່າວ​ຄຳ​ເຫັນ​ສະ​ຫລຸບ​ວາ​ລະ​ຊັກ​ຖາມ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮ​ູ່ງ ຢືນ​ຢັນ​ວ່າ: ບັນ​ດາ​ວາ​ລະ​ຊັກ​ຖາມ ໄດ້​ຮັບ​ຄຳ​ເຫັ​ນ​ຕັ້ງ​ໜ້າ​ຈາກຜູ້​ມີ​ສິດ​ເລືອກ​ຕັ້ງ ແລະ ສ​ສ​ຊ, ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ​ລວມ​ຂອງ​ລັດ​ຖະ​ບານ​ແມ່ນ​ສູ້​ຊົນ​ປະ​ຕິ​ບັດ​ໜ້າ​ທີ່​ເຊິ່ງ​ສະ​ພາ​ແຫ່ງ​ຊາດມອບໝາຍ​ໃຫ້​ຢ່າງ​ມີ​ໄຊ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮ​ູ່ງ ສະ​ເໜີ​ວ່າ: ພາຍຫຼັງ​ວາ​ລະ​ຊັກ​ຖາມ, ບັນ​ດາ​ລັດ​ຖະ​ມົນ​ຕີ, ຫົວ​ໜ້າ​ຂະ​ແໜງ​​ຈະຕັ້ງ​ໜ້າ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ​ຕໍ່​ໜ້າ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢ່າງ​ມີ​ໄຊ ເພື່ອ​ລາຍ​ງານ​ຕໍ່​ສະ​ພາ​ແຫ່ງ​ຊາ​ດ​ໃນ​ສະ​ໄໝ​ປະ​ຊຸມ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ