ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍການຈັດຕັ້ງສານປະຊາຊົນ (ສະບັບປັບປຸງ), ກົດໝາຍວ່າດ້ວຍນະຄອນຫຼວງ (ສະບັບປັບປຸງ)

(VOVWORLD) - ຕອນເຊົ້າວັນທີ 28 ພຶດສະພາ, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບເນື້ອໃນຈຳນວນໜຶ່ງທີ່ຍັງມີຄວາມເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍການຈັດຕັ້ງສານປະຊາຊົນ (ສະບັບປັບປຸງ).
ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍການຈັດຕັ້ງສານປະຊາຊົນ (ສະບັບປັບປຸງ), ກົດໝາຍວ່າດ້ວຍນະຄອນຫຼວງ (ສະບັບປັບປຸງ) - ảnh 1(ທີ່ກອງປະຊຸມ)

        ໂດຍສືບຕໍ່ລາຍການກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ຕອນເຊົ້າວັນທີ 28 ພຶດສະພາ, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບເນື້ອໃນຈຳນວນໜຶ່ງທີ່ຍັງມີຄວາມເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍການຈັດຕັ້ງສານປະຊາຊົນ (ສະບັບປັບປຸງ). ຕອນບ່າຍ, ບັນດາສະມາຊິກສະພາແຫ່ງຊາດປຶກສາຫາລືກ່ຽວກັບເນື້ອໃນຈຳນວນໜຶ່ງທີ່ຍັງມີຄວາມເຫັນແຕກຕ່າງກັນຂອງກົດໝາຍວ່າດ້ວຍນະຄອນຫຼວງ (ສະບັບປັບປຸງ).

        ຮ່າງກົດໝາຍວ່າດ້ວຍການຈັດຕັ້ງສານປະຊາຊົນ (ສະບັບປັບປຸງ) ແນໃສ່ແກ້ໄຂຂໍ້ຕິດຂັດ, ຄົງຄ້າງໃນຕົວຈິງ, ຍົກສູງຄຸນນະພາບການພິພາກສາ ແລະ ປະສິດທິຜົນການເຄື່ອນໄຫວຂອງລະບົບສານ, ຕອບສະໜອງຄວາມຮຽກຮ້ອງໃນການປະຕິຮູບຕຸລາການໃນໄລຍະໃໝ່; ຮັບປະກັນລັກສະນະເປັນເອກະພາບໃນລະບົບກົດໝາຍ.

        ສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍວ່າດ້ວຍນະຄອນຫຼວງ ໃນວັນທີ 21 ພະຈິກ 2012 ແລະ ມີຜົນສັກສິດແຕ່ວັນທີ 01 ກໍລະກົດ 2013. ນີ້ແມ່ນເອກະສານນິຕິກຳສຳຄັນ, ເຖິງຢ່າງໃດກໍ່ຕາມ, ຜ່ານ 10 ປີທີ່ປະຕິບັດກົດໝາຍວ່າດ້ວຍນະຄອນຫຼວງ, ໄດ້ຮຽກຮ້ອງຄວາມຈຳເປັນທີ່ຕ້ອງສ້າງກົດໝາຍວ່າດ້ວຍນະຄອນຫຼວງ (ສະບັບປັບປຸງ) ເພື່ອເພີ່ມລັກສະນະເປັນເຈົ້າການ, ເປັນເຈົ້າຕົນເອງ ແລະ ສ້າງລະບົບການເມືອງຂອງ ຮ່າໂນ້ຍ ໃຫ້ມີຄວາມກະທັດລັດ, ບັນລຸປະສິດທິຜົນຢ່າງແທ້ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ