ສະພາແຫ່ງຊາດປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການເຫຼື້ອມໃສ, ສາສະໜາ


ສະພາແຫ່ງຊາດປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການເຫຼື້ອມໃສ, ສາສະໜາ - ảnh 1
ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ2 ສະ​ພາ​ແຫ່ງ​ຊາດຫວຽດ​ນາມ​ຊຸດ​ທີ14

(vovworld)- ປະ​ກອບ​​ຄຳ​ເຫັນໃສ່​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ເຫຼື້ອມ​ໃສ, ສາ​ສະ​ໜາ​ໃນ​ວາ​ລະ​ປຶກ​ສາ​ຫາ​ລື​ທີ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 2 ສະ​ພາ​ແຫ່ງ​ຊາດຫວຽດ​ນາມ​ຊຸດ​ທີ 14, ຕອນ​ບ່າຍວັນ​ທີ 24/10, ມີ ສ.ສ.ຊ ຫຼາຍ​ທ່ານໄດ້​ຕີ​ລາ​ຄາ​ວ່າ ຮ່າງ​ກົດໝາຍ​ໄດ້​ມີ​ຂໍ້​ກຳ​ນົດ​ໃໝ່ຫຼາຍ​ຂໍ້​ທີ່​ອຳ​ນວຍ​ຄວາມ​ສະ​ດວກ. ມີຫຼາຍ​ການ​ເຄື່ອນ​ໄຫວ ເຫຼື້ອມ​ໃສ, ສາ​ສະ​ໜາ​ຖືກ​ກຳ​ນົດ​ຢ່າງ​ເຄັ່ງ​ຄັດ, ຕ້ອງ​ຈົດ​ທະ​ບຽນ​ຂໍ​ອະ​ນຸ​ຍາດ, ແຕ່​ໃນ​ປະ​ຈຸ​ບັນ​ພຽງ​ແຕ່​ຕ້ອງ​ແຈ້ງ​ຕໍ່​ເຈົ້າ​ໜ້າ​ທີ່​ເທົ່າ​ນັ້ນ. ທ່ານ ທິກ​ແທງກວຽດ ສ.ສ.ຊ ແຂວງກວາງ​ນິງ ມີ​ຄຳ​ເຫັນ​ວ່າ :

      “ ການ​ສ້າງ ແລະ ປະ​ກາດ​ໃຊ້​ກົດ​ໝາຍ​ແມ່ນ​ຈຳ​ເປັນ, ປະ​ກອບ​ສ່ວນ​ຫັນ​ບັນ​ດາ​ຂໍ້​ກຳ​ນົດ​ຂອງ​ລັດ​ຖະ​ທຳ​ມະ​ນູນ​ປີ 2013 ເປັນ​ລະ​ບອບ​ກົດ​ໝາຍ, ປະ​ກອບ​ສວ່ນ​ຮັບ​ປະ​ກັນ​ສິດ​ເສ​ລີ​ໃນ​ການ ເຫຼື້ອມ​ໃສ ແກ່​ທຸກໆ​ຄົນ, ພິ​ເສດ​ແມ່ນ​ບັນ​ດາ​ຜູ້​ເຊື່ອ​ຖື​ສາ​ສະ​ໜາ ແລະ ເຫຼື້ອມ​ໃສ. ຫຼາຍ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ກົນ​ໄກ​ຂໍ-ໃຫ້​ເມື່ອ​ກ່ອນນີ້ ໄດ້​ຖືກ​ທົດ​ແທນ​ໄປ​ດ້ວຍ​ຮູບ​ແບບ​ຈົດ​ທະ​ບຽນ ແລະ ປະ​ກາດ. ກົດ​ໝາຍ​ກໍ​ມີ​ພາກ​ສະ​ເພາະ ກຳ​ນົດ​ລະ​ອຽດ​ກ່ຽວ​ກັບ​ສິດ​ເສ​ລີ​ໃນ​ການ ເຫຼື້ອມ​ໃສທຸກໆ​ຄົນ ແລະ ກຳ​ນົດ​ແຈ້ງ​ໜ້າ​ທີ່​ຂອງ​ລັດ​ທີ່​ມີ​ຕໍ່​ການ​ເຄື່ອນ​ໄຫວເຫຼື້ອມ​ໃສ, ສາ​ສະ​ໜາ​, ປະ​ກອບ​ສ່​ວນ​ໃຫ້​ບັນ​ດາ​ອົງ​ການ​ສາ​ສະ​ໜາ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ສະ​ດວກ​ສະ​ບາຍກວ່າ ”
ຂ່າວ/ບົດ​ອື່ນ