ສະພາແຫ່ງຊາດຢູແກຼນຮັບຮອງເອົາການລາອອກຈາກຕຳແໜ່ງຂອງປະທານາທິບໍດີViktorYanukovyck

ສະພາແຫ່ງຊາດຢູແກຼນຮັບຮອງເອົາການລາອອກຈາກຕຳແໜ່ງຂອງປະທານາທິບໍດີViktorYanukovyck - ảnh 1
ຜ້ແຫ່ຂະບວນປະທ້ວງຢູ່ສະໜາມຫຼວງ ເອກະລາດ
(ພາບ: Reuters)


(vovworld) – ວັນ​ທີ 22/2, ສະພາ​ແຫ່ງ​ຊາດ ຢູ​ແກຼນ ​ໄດ້​ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ​ເລື່ອງ​ລາ​ອອກ​ຈາກ​ຕຳ​ແໜ່​ງຂອງ​ທ່ານ​ປະທານາທິບໍດີ Viktor Yanukovyck, ຖື​ວ່າ, ທ່ານ​ປະທານາທິບໍດີ​ບໍ່​ມີ​ຄວາມ​ສາມາດ​ຢ່າງ​ພຽງພໍ​ຕາມ​ຂຂໍ້​ກຳນົດ​ຂອງ​ລັດ​ຖະທຳ​ມະນູນ​ເພື່ອ​ດຳ​ລົງ​ຕຳ​ແໜ່​ງ. ກ່ອນ​ໜ້າ​ນັ້ນ, ສະພາ​ແຫ່ງ​ຊາດ ຢູ​ແກຼນ ​ໄດ້​ເລື​ອກຕັ້ງ​ການ​ນຳ​ພັກ Batkivshina ຝ່າຍ​ຄ້ານ, ທ່ານ Alexandre Turchinov ​ເປັນ​ປະທານ​ສະພາ​ແຫ່ງ​ຊາດ. ສະພາ​ແຫ່ງ​ຊາດ ຢູ​ແກຼນ ກໍ່​ກຳນົດ​ວ່າ​ວັນ​ທີ 25/5/2014 ຈະ​ແມ່ນ​ຈຸດ​ເວລາ​ດຳ​ເນີນ​ການ​ເລືອກ​ຕັ້ງ​ກ່ອນ​ກຳນົດ​ເວລາ. ສະພາ​ແຫ່ງ​ຊາດ ຢູ​ແກຼນ ກໍ່​ຮັບຮອງ​ເອົາ​ເລື່ອງ​ປ່ອຍ​ຕົວ​​ເປັນ​ອິດສະຫຼະ​ໃຫ້​ອະດີດ​ນາຍົກລັດຖະມົນຕີ Yulia Tymoshenko, ຜູ້ນຳ​ພັກ Batkivshina ຝ່າຍ​ຄ້ານ​ພວມຖືກ​ຈຳ​ຄຸກ 7 ປີ​ຍ້ອນການ​ກະທຳ​ຜິດ​ສວຍ​ໃຊ້​ສິດ​ອຳນາດ. ທ່ານ​ນາງ Yulia Tymoshenko ພາຍຫຼັງ​ຖືກ​ປ່ອຍ​ຕົວ​ໄດ້​ຖະ​ແຫຼ​ງຈະ​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ໃນ​ການ​ເລືອກ​ຕັ້ງ​ເມື່ອ​ວັນ​ທີ 25/5. ​ໃນ​ຂະນະ​ນັ້ນ, ທ່ານ​ປະທານາທິບໍດີ Yanukovyck ຖະ​ແຫຼ​ງບໍ່​ຍອມຮັບ​​ທຸກໆ​ຂໍ້​ຕົກລົງ​ໃດ​ຂອງ​ສະພ​າ​ແຫ່ງ​ຊາ​ດ, ຢືນຢັນ​ວ່າ: ບັນດາ​ການ​ກະທຳ​ຂອງ​ສະພາ​ແຫ່ງ​ຊາດ​ກໍ່​ຄື​ບັນດາ​ການ​ນຳ​ຝ່າຍ​ຄ້ານ​ແມ່ນ​ຜິດ​ກົດໝາຍ.

ຂ່າວ/ບົດ​ອື່ນ