ສະພາແຫ່ງຊາດລົງມະຕິຮັບຮອງເອົາກົດໝາຍປັບປຸງ,ເພີ່ມເຕີມບາງມາດຕາກົດໝາຍວ່າດ້ວຍການປະຕິບັດຄຳຕັດສິນຂອງສານແພ່ງ

ສະພາແຫ່ງຊາດລົງມະຕິຮັບຮອງເອົາກົດໝາຍປັບປຸງ,ເພີ່ມເຕີມບາງມາດຕາກົດໝາຍວ່າດ້ວຍການປະຕິບັດຄຳຕັດສິນຂອງສານແພ່ງ - ảnh 1
(ພາບ​ປະ​ກອບ​ຈາກ VPQH)

(vovworld) – ​​ ​ ສະ​ພາ​ແຫ່ງ​ຊາດ​ລົງ​​ລົງ​ມະ​ຕິ​ຮັບ​ຮອງ​ເອົາ​ກົດ​ໝາຍ​ປັບ​ປຸງ,ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​​ປະ​ຕິ​ບັດ​ຄຳ​ຕັດ​ສິນ​ຂອງ​ສານ​ແພ່ງ - ດ້ວຍ​ບັດ​ເຫັນ​ດີ​ເປັນ​ຈຳ​ນວນຫຼາຍ, ຮ່າງ​ກົດ​ໝາຍສະ​ບັບ​ນີ້​ໂດຍ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ (ສ​ສ​ຊ) ຮັບ​ຮອງ​ເອົາ​ທີ່​ວາ​ລະ​ປະ​ຊຸມ​ໃນ​ຕອນ​ເຊົ້າ​ວັນ​ທີ 25/11 ຂອງກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 8, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13. ກົດ​ໝາຍ​ວ່າ​ດ້ວຍ​ການ​ ປະ​ຕິ​ບັດ​ຄຳ​ຕັດ​ສິນ​ຂອງ​ສານ​ແພ່ງ ທີ່​ສະ​ພາ​ແຫ່ງ​ຊາດ​ຫາ​ກໍ່​ຮັບ​ຮອງ​ເອົາ​ຍັງ​ຮັກ​ສາ​ຂໍ້​ກຳ​ນົດ​ບາງ​ຢ່າງ. ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ສະ​ພາ​ແຫ່ງ​ຊາດ​ສຸມ​ໃສ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຮ່າງ​​ປະ​ມວນກົດ​ໝາຍ​ແພ່ງ (ສະ​ບັບ​ປັບ​ປຸງ).

        ຕອນ​ບ່າຍ​ວັນ​ດຽວ​ກັນ, ສະ​ພາ​ແຫ່ງ​ຊາດ​ລົງ​ມະ​ຕິຮັບ​ຮອງ​ເອົາ​ກົດ​ໝາຍ​ວ່າ​ດ້ວຍ​ເຮືອນ​ຢູ່ (ສະ​ບັບ​ປັບ​ປຸງ), ກົດ​ໝາຍ​ວ່າ​ດ້ວຍ​ການ​ດຳ​ເນີ​ນ​ທຸ​ລະ​ກິດ​ອາ​ສັງ​ຫະ​ລິ​ມະ​ຊັບ (ສະ​ບັບ​ປັບ​ປຸງ) ແລະ ປຶກ​ສາ​ຫາ​ລື​ຢູ່​ຫໍ​ປ​ະ​ຊຸມ​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ງົບ​ປະ​ມານ​ແຫ່ງ​ລັດ (ສະ​ບັບ​ປັບ​ປຸງ).

        ກ່ອນ​ໜ້ານັ້ນ, ຕອນ​ບ່າຍ​ວັນ​ທີ 24/11, ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ​ກົດ​ໝາຍ​ວ່າ​ດ້ວຍ​​ສານ​ປະ​ຊາ​ຊົນ (ສະ​ບັບ​ປັບ​ປຸງ), ກົດ​ໝາຍ​ວ່າ​ດ້ວຍ​​ສານ​ປະ​ຊາ​ຊົນ ສະ​ບັບປັບ​ປຸງ ແລະ 2 ມະ​ຕິ​​ປະ​ຕິ​ບັດ​ບັນ​ດາ​ກົດ​ໝາຍນີ້. ບັນ​ດາ​ ສ​ສ​ຊ ​ເຫັນ​ດີ​​ຕໍ່ເລື່ອງ​ໃຫ້​ສັດ​ຕະ​ຍາ​ບັນ​ສົນ​ທິ​ສັນ​ຍາ​ຂອງ ສ​ປ​ຊ ກ່ຽວ​ກັບ​ຕ້ານ​ການ​ທໍ​ລະ​ມ​ານ ແລະ ບັນ​ດາ​ຮູບ​ການປະ​ພຶດ ຫຼື ລົງ​ໂທດ​ຢ່າງ​ໂຫດຮ້າຍ​ສາ​ມານ, ໃສ່​ຮ້າຍ​ປາຍ​ສີ, ສົນ​ທິ​ສັນ​ຍາ​ຂອງ ສ​ປ​ຊ ກ່ຽວ​ກັບ​ສິດຂອງ​ຄົນ​ພິ​ການ.

 


ຂ່າວ/ບົດ​ອື່ນ