ສະພາແຫ່ງຊາດລີບີປະຕິເສດຂໍ້ສະເໜີຂອງສປຊກ່ຽວກັບເລື່ອງສ້າງຕັ້ງລັດຖະບານເອກະພາບ

ສະພາແຫ່ງຊາດລີບີປະຕິເສດຂໍ້ສະເໜີຂອງສປຊກ່ຽວກັບເລື່ອງສ້າງຕັ້ງລັດຖະບານເອກະພາບ - ảnh 1
ປະ​ທານ​ສະ​ພາ​ແຫ່ງ​ຊາດ ລີ​ບີ Nouri Abusahmain (ຜູ້​ທີ່​ໜຶ່ງ, ເບື້ອງ​ຂວາ) ​ໃນ​ການ​ພົບ​ປະ​ກັບ​ທູດ​ພິ​ເສດ​ຂອງ ສ​ປ​ຊ ກ່ຽວ​ກັບ ລີ​ບີ Bernardino Leon
(ພາບ: THX/TTXVN)

(vovworld) – ວັນ​ທີ 9/6, ສະ​ພາ​ແຫ່ງ​ຊາດ​ສາ​ກົນ​ຮັບ​ຮູ້ ລີ​ບີ ​ປະ​ຕິ​ເສດຮ່າງ​ຂໍ້​ສະ​ເໜີ​ແນະ​ສ້າງ​ຕັ້ງ​ລັດ​ຖະ​ບານ​ເອ​ກະ​ພາບ ແລະ ຖອນ​ອອກ​ຈາກ​ບັນ​ດາ​ການ​ເຈ​ລະ​ຈາ. ຕາມ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ປະ​ເທດນີ້​ແລ້ວ, ສະ​ພາ​ແຫ່ງ​ຊາ​ດ ລີ​ບີ ​ຫ້າມ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໄປ​ຍັງ ເຢຍ​ລະ​ມັນ​ເຂົ້າ​ຮ່ວມ​ການ​ປະ​ຊຸມ​ກັບ​ບັນ​ດາ​ການ​ນຳ ເອີ​ລົບ ແລະ ອາບ​ຝ​ຣີ​ກາ ເໜືອ ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຂໍ້​ສະ​ເໜີ​ຂອງ​ທູດ​ພິ​ເສດ​ຂອງ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ກ່ຽວ​ກັບ ລີ​ບີ ທ່ານ Bernardino Leon ເພື່ອ​ແນ​ໃສ່​ຢຸດ​ຕິ​ການ​​ຍາດ​ແຍ່ງ​ສິດ​ອຳ​ນາດ​ຢູ່​ປະ​ເທດນີ້. ກ່ອນ​ໜ້ານັ້ນ, ໃນ​ທ້າຍ​ວັນ​ທີ 8/6, ທີ່​ການ​ເຈ​ລະ​ຈາ​ຢູ່ Maroc, ທ່ານ Leon ໄດ້​ຍົກ​ອອກ​ຂໍ້​ສະ​ເໜີ​ທີ 4 ຮຽກ​ຮ້ອງ​ສ​້າງ​ຕັ້ງ​ລັດ​ຖະ​ບານ​ຂ້າມ​ຜ່ານ​ສາ​ມັກ​ຄີ​ໃນ​ຮອບ​ເວ​ລາ 1 ປີ, ໃນ​ນັ້ນ​ສະ​ພາ​ລັດ​ຖະ​ມົນ​ຕີ​ໂດຍ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ນຳ​ໜ້າ​ພ້ອມ​ກັບ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ 2 ທ່ານ​ຈະ​ກຳ​ອຳ​ນາດ​ບໍ​ລິ​ຫານ​ປະ​ເທດ​ຊາດ. ສະ​ພາ​ຕ່ຳ​ຈະ​ແມ່ນ​ອົງ​ການ​ນິ​ຕິ​ບັນ​ຍັດ​ໜຶ່ງ​ດຽວ ແລະ ອົງ​ການ​ທີ່​ປຶກ​ສາ​ສະ​ພາ​ແຫ່ງ​ລັດ​ລວມ​ມີສະ​ມາ​ຊິກ 120 ຄົນ, ໃນ​ນັ້ນ​ມີ​ສະ​ມາ​ຊິກ​ຂອງ​ສະ​ພາ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ.


ຂ່າວ/ບົດ​ອື່ນ