ສະພາແຫ່ງຊາດສິ້ນສຸດວາລະຊັກຖາມທີ່ແກ່ຍາວໃນ 2,5 ວັນ

ສະພາແຫ່ງຊາດສິ້ນສຸດວາລະຊັກຖາມທີ່ແກ່ຍາວໃນ 2,5 ວັນ - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ)

(vovworld) - ວາ​ລະ​ຊັກ​ຖາມສິ້ນ​ສຸດ​ລົງ ດ້ວຍ​ການ​ຕອບ​ຄຳ​ຊັກ​ຖາມ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ, ​ເພື່ອ​ເຮັດ​ແຈ້ງ​​ບາງ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ໃນ 5 ​ເດືອນ​ຕົ້ນ​ປີ ​ແລະ ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ, … ກ່ຽວ​ກັບສະພາບເສດຖະກິດ - ສັງຄົມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໃຫ້​ຮູ້​ວ່າ. ສະພາບ ເສດຖະກິດ - ສັງຄົມ ​ໃນ​​ເດືອນ 5 ​ ​ສືບ​ຕໍ່​ຜັນ​ແປ​ໄປ​ຢ່າງ​ຕັ້ງໜ້າ​ໃນ​ເກືອບ​ທຸກ​ຂົງ​ເຂດ. ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ . ບັນດາ​ຂະ​ແໜງ​ເສດຖະກິດ​ສືບ​ຕໍ່​ຟື້ນ​ຕົວຢ່າງ​ຕັ້ງໜ້າ. ບັນດາ​ນະ​ໂຍບາຍ​ຮັບປະກັນ​ຊີວິດ​ສັງຄົມ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ປະ​ຕິ​ບັດ. ​ແຕ່​ທ່ານ​ຮອງ​ນາຍົກລັດຖະມົນຕີກໍ່ ຖືວ່າ, ​ເສດຖະກິດ​ສັງຄົມ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ການ​ທ້າຍ​ທາຍ​ຫຼາຍ​ຢ່າງ, ນອກຈາກນັ້ນ​ແມ່ນການ​ກະທົບ​ຕ່າງໆ​ຈາກ​ເລື່ອງ​ຈີນ​ຕັ້ງ​ຮ້ານ​ເຈາະ​ນຳ້ມັນ​ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ຄາດ​ຄະ​ເນ​ວ່າ ​ເສດຖະກິດ ສັງຄົມ​ອາດ​ຈະ​ຖືກ​ຜົນ​ສະທ້ອນ​ໃນ​ບາງ​ຂົງ​ເຂດ ດ້ວຍ​ລະດັບ​ຕ່າງ​ກັນ ​ໂດຍ​ອີງ​ໃສ່​ການ​ຜັນ​ແປ​ຂອງສະພາບ​ການ.

        “ລັດຖະບານ​ຊີ້​ນຳ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖີ່​ນ, ບັນດາ​ວິ​ສາ​ຫະກິດ​ແກ້​ໄຂ​ຄວາມ​ຈຳກັດ, ຄວາມ​ອ່ອນ​ດ້ອຍ, ສຸມ​ໃສ່​ຜັນ​ຂະຫຍາຍຢ່າງ​ເດັດ​ດຽວ​,ເພີ່ມ​ທະວີການ​ປະສານ​ສົມທົບ​ກັນ​ປະຕິບັດໜ້າ​ທີ່​ຕ່າງໆ​, ກໍ່​ຄື​ມາດ​ຕະການ​ທີ່​ໄດ້​ວາງ​ອອກ​ຢ່າງ​ມີ​ປະສິດທິ​ຜົນ, ຕິດຕາມ​ສະພາບ​ການ​ເປັນ​ເຈົ້າ​ການ ​ແລະ ບັນດາ​ມາດ​ຕະການຮັບ​ມືຢ່າງ​ໃກ້ຊິດ“.

        ກ່ຽວ​ກັບ​ສະພາບ​ການ​ທະ​ເລ​ຕາ​ເວັນ​ອອກ, ຕໍ່ໜ້າ​ເລື່ອງ​ຈີນ​ຕັ້ງ​ຮ້ານ​ເຈາະ​ນຳ້ມັນ​ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມນັ້ນ, ລັດຖະບານ ​ແລະ ນາຍົກລັດຖະມົນຕີ ​ໄດ້​ສຸມ​ໃສ່​ຊີ້​ນຳ​ນຳ​ພາ​​ບັນດາ​ມາດ​ຕະການ​ສັນຕິພາບ, ​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ ຢ່າງ​ເຄັ່ງ​ຄັດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ກໍ່​ໃຫ້​ຮູ້​ວ່າ ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ກໍ່​ເດັດ​ດ່ຽວ​ປັບ​ໄໝ​ລົງ​ໂທດບຸກຄົນ​ຈຳນວນ​ໜຶ່ງ​​​ທີ່ຖືກ​ຍຸແຍ່ໄດ້​ມີ​ການກະທຳລະ​ເມີດ​ກົດໝາຍ, ຕ້ານ​ຜູ້​ປະຕິບັດໜ້າ​ທີ່​ທາງ​ລັດຖະການ, ທຳລາຍ​ຊັບ​ສົມບັດ​ຂອງ​ລັດ, ສ່ວນ​ບຸກຄົນ ​ແລະ ​ວິ​ສາ​ຫະກິດ ​ ເມື່ອ​ຮ່ວມການ​ແຫ່​ຂະ​ບວນ​ຄັດຄ້ານການ​ກະທຳ​ຜິດ​ພາດຂອງ​ຈີນ, ພ້ອມ​ກັນ​ນັ້ນ, ລັດຖະບາ​ນ​ໄດ້ປະຕິບັດ​ມາດ​ຕະການ​ແກ້​ໄຂ​ຕ່າງໆຢ່າງ​ຄົບ​ຊຸດ ​ເພື່ອ​ໜູນ​ຊ່ວຍ​ບັນດາ​ນັກ​ລົງທຶນຕ່າງປະ​ເທດ​ຮັບປະກັນ​ການ​ຜະລິດ​ເປັນ​ປົກກະຕິ​ໂດຍ​ໄວ. ຫວຽດນາມ ກໍ່​ພວມ​ຄົ້ນຄວ້າ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ນະ​ໂຍບາຍ​ໃໝ່ ​ແນ​ໃສ່​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ໃຫ້​ດີ​ກວ່າ ​ແລະ ສະດວກ​ກວ່າ.

  ກ່ຽວ​ກັບ​ມາດ​ຕະການ​ສ້າງ​ພື້ນຖານ​ເສດຖະກິດ​ຫວຽດນາມ ​ໃຫ້​ເປັນ​ເຈົ້າ​ການ​ກວ່າ, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ໃຫ້​ຮູ້​ວ່າ.

    “ມາດ​ຕະການ​ທີ່​ໄດ້​ວາງ​ອອກ​ແມ່ນ​ຕ້ອງ​ຍູ້​ແຮງ​ການ​ສ້າງ​​ໂຄງ​ປະກອບພື້ນຖານ​ເສດຖະກິດ​ຄືນ​ໃໝ່, ພິ​ເສດ​ແມ່ນ​ການ​ຫັນປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ. ທີ 2 ​ແມ່ນ ຫວຽດນາມ ຕ້ອງ​ດຶງ​ດູດ​ການ​ລົງທຶນ​ຢ່າງ​ແຮງ​ກວ່າ, ມີ​ການ​ຄັດ​ເລືອກກວ່າ ພິ​ເສດ​ແມ່ນ​ບັນດາ​ໂຄງການ​ທີ່​​ໃຊ້​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ. ທີ 3 ​ແມ່ນ​ຫັນ​ລັດ​ວິ​ສາ​ຫະກິດ​ເປັນ​ຫຸ້ນ​ສ່ວນ. ບັນຫາ​ສຳຄັນ​ກວ່າອີກ​ນັ້ນ​ແມ່ນຕະຫຼາດ. ຫວຽດນາມ ພວມ​ຫັນຕະຫຼາດ​ສົ່ງ​ອອກ, ນຳ​ເຂົ້າ​ເປັນຫຼາຍ​ຮູບ​ຫຼາຍ​ແບບ. ຮອດ​ປີ 2015, ຫວຽດນາມ ຈະ​ມີສັນຍາ​ການ​ຄ້າ​ເສລີ 16 ສະບັບ​ກັບ 55 ປະ​ເທດ ​ແລະ ​ເຂດ​ແຂ້ວ​ນ, ​ເປີດ​

ຕະຫຼາດທີ່​ກວ້າງ​ໃຫຍ່​ໃຫ້​ການ​ຄ້າ​ພັດທະນາ​​ຫຼາຍ​ຮູບ​ຫຼາຍ​ແບບ. ໃນ​ບັນຫາ​ຕະຫຼາດ, ຫວຽດນາມ ຍັງ​ມີ​​ແຜນ​ນະ​ໂຍບາຍ​ຮັກສາ​ການ​ພົວພັນ​ດ້ານ​ການ​ຄ້າ, ການລົງທຶນ​ກັບ​ຈີນ ຜ່ານ​ບັນດາ​ສັນຍາ​ການ​ຄ້າ​ຫຼາຍ​ຝ່າຍ, ​2 ຝ່າຍບົນ​ຈິດ​ໃຈຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ”.

ຂ່າວ/ບົດ​ອື່ນ