ສະພາແຫ່ງຊາດສືບຕໍ່ປຶກສາຫາລືກ່ຽວກັບບັນດາ ຮ່າງກົດໝາຍ

ສະພາແຫ່ງຊາດສືບຕໍ່ປຶກສາຫາລືກ່ຽວກັບບັນດາ ຮ່າງກົດໝາຍ - ảnh 1
(ພາບປະກອບ)

(vovworld) – ​ວັນ​ທີ 03/06, ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື​ກ່ຽວ​ກັນ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ສະພາ​ແຫ່ງ​ຊາດ (ສະບັບ​ປັບປຸງ) ​ແລະ ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ສານ​ປະຊາຊົນ (ສະບັບ​ປັບປຸງ). ກ່ຽວ​ກັບຮ່າງ​ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ສະພາ​ແຫ່ງ​ຊາດ (ສະບັບ​ປັບປຸງ), ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໄດ້​ສຸມ​ໃສ່​ປຶ​ກສາ​ຫາລື​ບາງ​ເນື້ອ​ໃນ​ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ຄື: ຕຳ​ແໜ່​ງ​ເລຂາສະພາ​ແຫ່ງ​ຊາດ, ບັນ​ຫາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ສະ​ເພາະ​ກິດ, ກົນ​ໄກ​ເຮັດ​ວຽກ, ​ເງື່ອນ​ໄຂ​ຮັບປະກັນ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ, ຄວາມ​ຮັບຜິດຊອບຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ. ທ່ານ​ນາງ ບຸ​ຍທິອານ, ສະມາຊິກ​ສະພາ​ແຫ່ງ​ຊາດ​ນະຄອນ​ຮ່າ​ໂນ້ຍ ຍົກ​ຄຳ​ເຫັນ​ວ່າ.

        “ກົດໝາຍ​ຕ້ອງ​ຖື​ສະມາຊິກ​ສະພາ​ແຫ່ງ​ຊາດ​ເປັນ​ສູນ​ກາງ ​ແລະ ຕ້ອງ​ເຮັດ​ແນວ​ໃດ​​ໃຫ້​​ຖື​ກ​ເປັນສູນກາງ ​ແລະ ​ເປັນ​ຜູ້ຕາງໜ້າ​ຂອງ​ປະຊາຊົນ​ຢ່າງ​​ແທ້​ຈິງ, ຂ້າພະ​ເຈົ້າ​ສະ​ເໜີ​ ຄວນ​ເອົາ​ໃຈ​ໃສ່​ແຕ່​ຂອດ​ແນະນຳ​ຜູ້​ແທນ, ປຶກສາ​ດ້ານ​ການ​ເມືອງ, ປະຊາຊົນ​ເລືອກ​ຕັ້ງ. ທີ 2 ​ແມ່ນ, ອັດຕາສະມາຊິກ​ສະພາ​ແຫ່ງ​ຊາດ ສະ​ເພາະ​ກິດ 35 % ​ແມ່ນ​ພໍດີ ຍ້ອນ​ວ່າຕ້ອງການມີ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຂະ​ແໜງອື່ນໆ. ບັນຫາ​ແມ່ນ​ເຮັດ​ແນວ​ໃດ​ຄັດ​ເລືອກ​ຜູ້​ປະຕິວັດ​ວຽກ​ງານ​ສະ​ເພາະ​ກິດ​ເປັນ​ຢ່າງ​ດີ. ກ່ຽວ​ກັບ​ດ້ານ​ຄຸນ​ນະພາ​ບສ້າງ​ກົດໝາຍ​ຍັງ​ບໍ່​ທັນ​ສູງ, ລັກສະນະ​ເປັນ​ໄປ​ໄດ້​ຍັງ​ຕໍ່າຢູ່, ຂ້າ​ພະ​ເຈົ້າ​ສະ​ເໜີ​ເພີ່ມ​ພາກສ່ວນ​ສ້າງ​ກົດໝາຍ ຫາກ​ບໍ່ຂຶ້ນ​ກັບ​ອົງການ​ສະ​ເໜີ​ກົດໝາຍ”.

      ກ່ຽວ​ກັບຮ່າງ​ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ສານ​ປະຊາຊົນ (ສະບັບ​ປັບປຸງ), ບັນດາ​ຄຳ​ເຫັນ​ສຸມ​ໃສ່​ເຮັດ​ແຈ້ງ​ຂອບ​ເຂດ ​ແລະ ສິດ​ພິພາກສາ​ບັນດາຄະດີ​ບໍລິຫານຂອງ​ສານ​ປະຊາຊົນ ກໍ່​ຄື​ການ​ເຂົ້າຮ່ວມ​ຂອງ​ໄອ​ຍະ​ການ​ປະຊາຊົນ​ໃນ​ການ​ດຳ​ເນີນຄະດີບໍລິຫານ, ອຳນາດ​ຂອງ​ສານ​ປະຊາຊົນ​ຂັ້ນ​ເມືອງ ກໍ່​ຄື​ສິດ​ແກ້​ໄຂ​ການ​ຮ້ອງຟ້ອງສຳລັບການຕັດສິນດ້ານ​ບໍລິຫານ, ການ​ກະທຳ​ບໍລິຫານ​ຂອງ​ຂັ້ນ​ລັດຖະມົນຕີ ຫຼື ທຽບເທົ່າ​.

ຂ່າວ/ບົດ​ອື່ນ