ສະພາແຫ່ງຊາດສືບຕໍ່ເຮັດວຽກ

ສະພາແຫ່ງຊາດສືບຕໍ່ເຮັດວຽກ - ảnh 1
(ມີຮ່າງ​ກົດໝາຍ 7 ສະບັບ ຄາດ​ວ່າຈະ​ໄດ້​ຮັບ​ການ​ຮັບຮອງ​ເອົາ)
(vovworld) –  ຕອນ​ເຊົ້າ​ວັນ​ທີ 16/06, ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາ​ລື​ຢູ່​ຫໍ​ປະຊຸມ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍການຈັດ​ຕັ້ງສະພາ​ແຫ່ງ​ຊາດ (ສະບັບ​ປັບປຸງ). ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ ອວງຈູ​ເລຶວ ​​ໄດ້​ຊີ້​ນຳ​ວາລະ​ປະຊຸມ. ຈຸດ​ໃໝ່​ຂອງ​ຮ່າງ​ກົດໝາຍ​ສະບັບ​ນີ້ ​ແມ່ນ​ກຳນົດ​ຕຳ​ແໜ່​ງ​ເລຂາທິການ​ໃຫ່ຍສະພາ​ແຫ່ງ​ຊາດ ​ແທນ​ໃຫ້​ຄະນະ​ເລຂາ​ໃນ​ສະ​ໄໝ​ປະຊຸມ​ປະຈຸ​ບັນ. ທ່ານ​ຫງວນວັນ​ຕວຽດ, ສສຊ ​ແຂວງ​ບ່າ​ເຣັ້ຍ-ວຸ້ງ​ເຕົ່າ ປະກອບ​ຄຳ​ເຫັນ​ວ່າ:

   “ກ່ຽວ​ກັບ​ຈຳນວນ ສສຊ ທີ່​ລະບຸ​ໄວ້​ໃນ​ມາດຕາ​ທີ 41 ​ແມ່ນ​ຈຳນວນ ສສຊ ທັງ​ໝົດ​ບໍ່​ເກີນ 500 ຄົນ​, ຂ້າພະ​ເຈົ້າ​ເຫັນ​ວ່າ​ເໝາະ​ສົມ, ສ່ວນ ສສຊ ສະ​ເພາະ​ກິດຕາມ​ຮ່າງ​ກົດໝາຍ​ກຳນົດ​ຢ່າງ​ໜ້ອຍ​ສຸດ​ແມ່ນ 35% ​ແມ່ນ​ຍັງ​ໜ້ອຍ​ຢູ່. ຂ້າພະ​ເຈົ້າສະ​ເໜີ​ຍົກ​ຂຶ້ນ​ເປັນ 45% ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ປ່ຽນ​ໃໝ່, ຍົກ​ສູງ​ປະສິດທິ​ຜົນ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ“.

 ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໄດ້​ຕີ​ລາ​ສູງບັນດາ​ເນື້ອ​ໃນ​ປັບປຸງ​ຂອງ​ຮ່າງ​ກົດໝາຍ, ຫັນ​ບັນດາ​ເນື້ອ​ໃນ​ໃຫ້​ສອດຄ່ອງ​ກັບ​ລັດຖະທຳ​ມະນູນ​ໃໝ່​ເປັນ​ລະອຽດ. ​ແຕ່​ວ່າ, ຕາມ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ແລ້ວ, ສະພາ​ຊົນ​ເຜົ່າ ​ແລະ ບັນດາ​ກຳມາ​ທິການ​ຂອງ​ສະພາ​ແຫ່ງ​ຊາດ​ມີ​ບົດບາດ​ຕັດສິນ​ຕໍ່​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ. ສະ​ນັ້ນ, ບັນດາ​ອົງການ​ດັ່ງກ່າວ​ຕ້ອງ​ໄດ້​ຮັບ​ການ​ເພີ່ມ​ທະວີ​ເພື່ອ​ຫັນການ​ເຄື່ອນ​ໄຫວ​ກວດກາ​ບັນດາ​ຮ່າງ​ກົດໝາຍ​ເປັນ​ວິຊາ​ການ​. ມີ​ຄຳ​ເຫັນ​ສະ​ເໜີ​​ໃຫ້​ກຳນົດ​ທີ່​ຕັ້ງ​ຖານະ​ດ້ານ​ກົດໝາຍສຳລັບ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ເພື່ອ​ຍົກ​ສູງ​ບົດບາດ, ສິດ​ຂອງ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ, ພ້ອມ​ທັງ​ມີ​ກົນ​ໄກ​ໜູນ​ຊ່ວຍ​ເພື່ອ​​ໃຫ້​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ສຳ​ເລັດ​ໜ້າ​ທີ່​ຂອງ​ຕົນ.

  ໃນ​ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ສສຊ ​ໄດ້​ລົງ​ຄະ​ແນນສຽງຮັບຮອງ​ເອົາ​ກົດໝາຍ​ວ່າດ້ວຍ​ການ​ເຂົ້າອອກ​ເມືອງ, ຂ້າມ​ແດນ, ການ​ຢູ່​ອາ​ໄສ​ຂອງ​ຊາວ​ຕ່າງປະ​ເທດ​ຢູ່ຫວຽດນາມ ​ແລະ ປຶກສາ​ຫາ​ລື​ຢູ່​ຫໍ​ປະຊຸມກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍການປະກັນ​ໄພ (ສະບັບ​ປັບປຸງ).

        ​ໃນ​ອາທິ​ດ​ເຮັດ​ວຽກ​ທີ 5 ນີ້, ສະພາ​ແຫ່ງ​ຊາດ ສະຫງວນ​ເວລາ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ສ້າງ​ກົດໝາຍ. ມີຮ່າງ​ກົດໝາຍ 7 ສະບັບ ຄາດ​ວ່າຈະ​ໄດ້​ຮັບ​ການ​ຮັບຮອງ​ເອົາ. ນັ້ນ​ແມ່ນບັນດາ​ຮ່າງກົດໝາຍ​ຄື: ການ​ເຂົ້າ, ອອກ​ເມືອງ, ຂ້າມ​ແດນ​ ແລະ​ ພັກ​ອາ​ໄສ​ສຳລັບ​ຊາວ​ຕ່າງປະ​ເທດ​ຢູ່​ຫວຽດນາມ; ກົດໝາຍ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ຄົມ​ມະ​ນາ​ຄົມ​ທາງ​ນ້ຳ​ພາຍ​ໃນ​ປະ​ເທດ; ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ​ພາກ​ລັດ; ກົດໝາຍ​ວ່າ​ດ້ວຍ​ການ​ກໍ່ສ້າງ (ສະບັບ​ປັບປຸງ); ກົດໝາຍ​ວ່າ​ດ້ານ​ການ​ລົ້ມ​ລະລາຍ (ສະບັບ​ປັບປຸງ); ກົດໝາຍ​ວ່າ​ດ້ານ​ການ​ສົມ​ລົດ (ສະບັບ​ປັບປຸງ) ​ແລະ ກົດໝາຍ​ວ່າດ້ວຍ​ທະບຽນ​ສານ (ສະບັບ​ປັບປຸງ).

ຂ່າວ/ບົດ​ອື່ນ