ສະພາແຫ່ງຊາດຫວຽດນາມສືບຕໍ່ຈິດໃຈປ່ຽນແປງໃໝ່,ມີຫົວຄິດປະດິດສ້າງ,ມີການກະທຳ,ຍົກສູງຄຸນນະພາບການເຄື່ອນໄຫວ

(VOVWORLD) -ວັນທີ 06 ມັງກອນ, ເພື່ອສະເຫຼີມສະຫຼອງ 72 ປີແຫ່ງວັນການເລືອກຕັ້ງສະພາແຫ່ງຊາດຫວຽດນາມ ທົ່ວປະເທດຄັ້ງທຳອິດ (06 ມັງກອນ 1946 – 06 ມັງກອນ 2018).
ສະພາແຫ່ງຊາດຫວຽດນາມສືບຕໍ່ຈິດໃຈປ່ຽນແປງໃໝ່,ມີຫົວຄິດປະດິດສ້າງ,ມີການກະທຳ,ຍົກສູງຄຸນນະພາບການເຄື່ອນໄຫວ - ảnh 1 (ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິນເງິນ)

ເນື່ອງໃນໂອກາດນີ້, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິນເງິນ ໄດ້ມີບົດຂຽນຫວນຄືນບັນດາຜົນງານເຊິ່ງສະພາແຫ່ງຊາດບັນລຸໄດ້ ໃນໄລຍະຜ່ານມາ, ພ້ອມທັງກຳນົດຢ່າງຈະແຈ້ງບັນດາວຽກງານຄວນປະຕິບັດໃນປີ 2018.

        ໃນບົດຂຽນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢືນຢັນວ່າ: ວັນທີ 06 ມັງກອນ 1946 ໄດ້ເປັນຂີດໝາຍສຳຄັນໃນປະຫວັດສາດຂອງຫວຽດນາມ, ເມື່ອເປັນຄັ້ງທຳອິດທີ່ປະຊາຊົນຫວຽດນາມ ມີສິດຄັດເລືອກໂດຍກົງເພື່ອປ່ອນບັດເອົາບັນດາຜູ້ມີຄວາມເກັ່ງກ້າສາມາດ, ມີຄຸນສົມບັດເຂົ້າໃນສະພາແຫ່ງຊາດ ເພື່ອແບກຫາບວຽກງານຂອງປະເທດຊາດ. ຜ່ານນັ້ນ, ປະຊາຊົນຫວຽດນາມ ໄດ້ມອບໃຫ້ສະພາແຫ່ງຊາດພາລະໜ້າທີ່ໜັກໜ່ວງແມ່ນປະກາດລັດຖະທຳມະນູນ ແລະ ສ້າງບັນດາລະບອບລະບຽບການໃໝ່ຂອງລັດປະຊາທິປະໄຕປະຊາຊົນ. ຜົນສຳເລັດຂອງການເລືອກຕັ້ງທົ່ວປະເທດ ໄດ້ເປັນຂີດໝາຍແຫ່ງການກຳເນີດຂອງສະພາແຫ່ງຊາດຫວຽດນາມສາທາລະນະລັດປະຊາທິປະໄຕ, ປະຈຸບັນແມ່ນສະພາແຫ່ງຊາດລັດທິສັງຄົມນິຍົມຫວຽດນາມ. ການເລືອກຕັ້ງແມ່ນຫຼັກຖານຢືນຢັນລັດປະຊາທິປະໄຕປະຊາຊົນຫວຽດນາມ ເຊິ່ງປະຊາຊົນເລືອກຕັ້ງຢ່າງມີປະຊາທິປະໄຕ ແລະ ຖືກຕາມກົດໝາຍ.

        ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເນັ້ນໜັກວ່າ: ນັບແຕ່ບັນດາກອງປະຊຸມຄັ້ງທຳອິດ, ຜ່ານໄລຍະປະຫວັດສາດ, ຈິດໃຈປະຊາທິປະໄຕ, ສາມັກຄີ, ມີຄວາມຮັບຜິດຊອບເພື່ອຜົນປະໂຫຍດຂອງປະຊາຊົນ ຍາມໃດກໍ່ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງຜ່ານບັນດາການເຄື່ອນໄຫວຂອງສະພາແຫ່ງຊາດ. ກອງປະຊຸມສະພາແຫ່ງຊາດ 14 ຄັ້ງ ດ້ວຍຄວາມສຸດຈິດສຸດໃຈ, ພູມປັນຍາ, ມີຄວາມມານະພະຍາຍາມ ແລະ ມີຫົວຄິດປະດິດສ້າງຂອງສະມາຊິກສະພາແຫ່ງຊາດນັບພັນຄົນ ໄດ້ສ້າງ ແລະ ປະກາດໃຊ້ລັດຖະທຳມະນູນ 5 ສະບັບ, ຮ່າງກົດໝາຍ, ກົດໝາຍ, ລັດຖະດຳລັດນັບຮ້ອຍສະບັບ.

        ກ້າວເຂົ້າສູ່ປີ 2018, ເປັນປີທີ 3 ຂອງອາຍຸການສະພາແຫ່ງຊາດຊຸດທີ 14, ກໍ່ແມ່ນປີບານພັບໃນການປະຕິບັດແຜນການພັດທະນາເສດຖະກິດ, ສັງຄົມໄລຍະ 2016 – 2021, ມີຫຼາຍໜ້າທີ່ສຳຄັນທີ່ໄດ້ວາງອອກສຳລັບສະພາແຫ່ງຊາດ ແລະ ຮຽກຮ້ອງໃຫ້ສະພາແຫ່ງຊາດຕ້ອງສືບຕໍ່ເສີມຂະຫຍາຍຈິດໃຈປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ ແລະ ມີການກະທຳ ເພື່ອປະຕິບັດສຳເລັດບັນດາຄາດໝາຍທີ່ໄດ້ວາງອອກ. ແລະໃນປີ 2018, ມີບັນດາການເຄື່ອນໄຫວການຕ່າງປະເທດລັດຖະສະພາ 2 ຝ່າຍ ແລະ ຫຼາຍຝ່າຍສຳຄັນຈະສືບຕໍ່ດຳເນີນໄປ. ກ່ອນອື່ນໝົດແມ່ນສະພາແຫ່ງຊາດດ້ວຍບົດບາດເປັນປະທານ, ເປັນປະເທດເຈົ້າພາບຈັດກອງປະຊຸມປະຈຳປີຄັ້ງທີ 26 ຂອງເວທີປາໄສລັດຖະສະພາອາຊີ - ປາຊີຟິກ (APPF - 26). ນີ້ແມ່ນເຫດການເພື່ອໃຫ້ສະພາແຫ່ງຊາດຫວຽດນາມ ສືບຕໍ່ສະແດງໃຫ້ເຫັນທີ່ຕັ້ງບົດບາດ ແລະ ສຽງເວົ້າຂອງຫວຽດນາມ ບົນເວທີສາກົນ.

        ເພື່ອປະຕິບັດບັນດາໜ້າທີ່ສຳຄັນນັ້ນ, ສະພາແຫ່ງຊາດສືບຕໍ່ມີບັນດາມາດຕະການປ່ຽນແປງໃໝ່ກ່ຽວກັບໂຄງການດຳເນີນງານ, ຂັ້ນຕອນ, ລະບຽບການປະຕິບັດວຽກງານ, ເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງສະພາແຫ່ງຊາດກັບບັນດາອົງການທີ່ກ່ຽວຂ້ອງ, ຫັນປ່ຽນຢ່າງແຮງຈາກສະພາແຫ່ງຊາດທາບທາມຄວາມເຫັນໄປສູ່ສະພາແຫ່ງຊາດໂຕ້ວາທີ, ຮັບປະກັນປະສິດທິພາບ, ປະສິດທິຜົນໃນບັນດາການເຄື່ອນໄຫວ.

ຕອບກັບ

ຂ່າວ/ບົດ​ອື່ນ