ສະພາແຫ່ງຊາດຫວຽດນາມແລະຍີ່ປຸ່ນເພີ່ມທະວີການຮ່ວມມືໃນໄລຍະຈະມາເຖິງ

ສະພາແຫ່ງຊາດຫວຽດນາມແລະຍີ່ປຸ່ນເພີ່ມທະວີການຮ່ວມມືໃນໄລຍະຈະມາເຖິງ - ảnh 1
ທ່ານຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ ​ໂຕ​ຮູ​ຍ​ເຣື໋ອ ແລະ
ທ່ານ​ຮອງ​ປະທານ​ສະພາ​ສູງ Koshiishi Azuma
(ພາບ: TTXVN)

(vovworld) – ຕອນ​ບ່າຍ​ວັນ​ທີ 15/12, ທ່ານຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ ​ໂຕ​ຮູ​ຍ​ເຣື໋ອ, ປະທານ​ກຸ່ມ​ສະມາຊິກ​ລັດຖະສະພາ​ມິດຕະພາບ ຫວຽດນາມ - ຍີ່ປຸ່ນ ​ໄດ້ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ສູງ ຍີ່ປຸ່ນ ​ໂດຍ​ທ່ານ​ຮອງ​ປະທານ​ສະພາ​ສູງ Koshiishi Azuma ​ເປັນ​ຫົວໜ້າ​ຄະນະ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທ່ານປະທານ​ກຸ່ມ​ສະມາຊິກ​ລັດຖະສະພາ​ມິດຕະພາບ ຫວຽດນາມ - ຍີ່ປຸ່ນ ​ໂຕ​ຮູ​ຍ​ເຣື໋ອ ຕີ​ລາຄາ​ສູງ​ການ​ສະໜັບສະໜູນ, ການ​ປະກອບສ່ວນ​ອັນ​ລ້ຳ​ຄ່າ​ຂອງ​ສະພາ​ແຫ່ງ​ຊາດ, ບັນດາ​ສະມາຊິກ​ລັດຖະສະພາ ຍີ່ປຸ່ນ ​ເຂົ້າ​ໃນ​ການ​ພັດທະນາສາຍ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ, ທ່ານ ປະທານ​ກຸ່ມ​ສະມາຊິກ​ລັດຖະສະພາ​ມິດຕະພາບ ຫວຽດນາມ - ຍີ່ປຸ່ນ ສະ​ເໜີ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ 2 ສະພາ​ແຫ່ງ​ຊາດ ຄວນຍູ້​ແຮງ​ການ​ຮ່ວມ​ມື​ກ່ວາ​ອີກ ​ເພື່ອ​ແນ​ໃສ່​ພັດທະນາການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງຮອບດ້ານ​ໃຫ້​ເລິກ​ເຊິ່ງກ້ວາງ​ຂວາງ​ກ່ວາ​ອີກ, ສືບ​ຕໍ່​ຮັກ​ສາ​ວຽກ​ງານ​ການແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ​ເປັນ​ປະຈຳ; ຊຸກຍູ້​ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ 2 ສະພາ​ແຫ່ງ​ຊາດ, ບັນດາ​ກຸ່ມ​ສະມາຊິກ​ລັດຖະສະພາ​ມິດຕະພາບ ​ແລະ ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ເພື່ອ​ເພີ່ມ​ທະວີ​ການແລກປ່ຽນ​ຂໍ້​ມູນ​ຂ່າວສານ, ວຽກ​ງານ​ວິຊາ​ສະ​ເພາະ.

        ສ່ວນ​ທ່ານ​ຮອງ​ປະທານ​ສະພາ​ສູງ Koshiishi Azuma ປາດ​ຖະໜາ​ວ່າ: ກຸ່ມ​ສະມາຊິກ​ລັດຖະສະພາ​ມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຈະ​ສືບ​ຕໍ່​ເປັນ​ຂົວຕໍ່​ ເພື່ອ​ໃຫ້ 2 ປະ​ເທດ​ນັບ​ມື້​ນັບມີ​ຄວາມສະໜິດ​ຕິດ​ພັນ ​ແລະ ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ.

 

ຂ່າວ/ບົດ​ອື່ນ