ສະພາແຫ່ງຊາດຫວຽດນາມແລະອາຟຼິກາໃຕ້ຊຸກຍູ້ການຮ່ວມມືກ່ຽວກັບການພົວພັນຕ່າງປະເທດ

ສະພາແຫ່ງຊາດຫວຽດນາມແລະອາຟຼິກາໃຕ້ຊຸກຍູ້ການຮ່ວມມືກ່ຽວກັບການພົວພັນຕ່າງປະເທດ - ảnh 1
ຄະນະ​ຜູ້​ແທນ​ກຳມາ​ທິການ​ພົວພັນ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ
ເຮັດວຽກກັບສະມາຊິກລັດຖະສະພາ ອາຟຼິກາໃຕ້
(ພາບ: vietnam+)

(vovworld) – ​ໃນ​ລະຫວ່າງ​ວັນ​ທີ 07 – 09/12, ຄະນະ​ຜູ້​ແທນ​ກຳມາ​ທິການ​ພົວພັນ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໂດຍ​ທ່ານ​ຮອງ​ຫົວໜ້າ​ກຳມາ​ທິການ ​ໂງ​ດຶກ​ແມ້ງ ນຳ​ໜ້າ, ພວມ​​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສ.ອາ​ຟີ​ກາ​ໃຕ້. ​ໃນ​ການ​ຢ້ຽມຢາມ ທ່ານ​ຮອງ​ຫົວ​ໜ້າ ​ໂງ​ດຶກ​ແມ້ງ  ​ແລະ ຄະນະ​ຜູ້​ແທນ​ມີ​​ການ​ເຮັດ​ວຽກ​ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ ສ.ອາ​ຟຼິ​ກາ​ໃຕ້ ກັບ​ທ່ານ Siphosezwe Masango, ຫົວໜ້າ​​ກຳມາ​ທິການ​ພົວພັນ​ຕ່າງປະ​ເທດ ​ແລະ ທ່ານ Bhekizizwe Abram Radebe ຫົວ​ໜ້າ​ຄະນະ​ສະມາຊິກ​ລັດຖະສະພາ​ພົວພັນ​ຕ່າງປະ​ເທດ​ຂຶ້ນ​ກັບ​ພັກ​ກຳ​ອຳນາດກອງ​ປະຊຸມ​ໃຫຍ່​ຊົນຊາດ ອາ​ຟຼິ​ກາ​ໃຕ້ (ANC) ພ້ອມ​ກັບ​ສະມາຊິກ​ລັດຖະສະພາ​ຮັບຜິດຊອບ​ວຽກ​ງານ​ພົວພັນ​ຕ່າງປະ​ເທດ​ຂອງ​ສະພາ​ແຫ່ງ​ຊາດ ອາ​ຟຼິ​ກາ​ໃຕ້ ຫລາຍ​ທ່ານ. ທີ່​ນະຄອນ Cape Town, ຄະນະ​ຜູ້​ແທນ​ກໍ​ມີ​ການ​ພົບ​ປະ ​ເຮັດ​ວຽກ​ກັບ​ທ່ານ Sheila Barsel, ກຳມະການ​ກົມ​ການ​ເມືອງ ​ແລະ ບັນດາ​ສະມາຊິກ​ໃນ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ອາ​ຟ​ຼີ​ກາ​ໃຕ້.

        ​ຜ່ານ​ການ​ເຮັດ​ວຽກ​ກັບ​ທ່ານ Siphosezwe Masango, ຫົວໜ້າ​​ກຳມາ​ທິການ​ພົວພັນ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ ອາ​ຟຼີ​ກາ​ໃຕ້, 2 ຝ່າຍ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ສະພາບການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ, ອົງການ​ຈັດ​ຕັ້ງ, ການ​ເຄື່ອນ​ໄຫວ​ຂອງ​ລັດຖະສະພາ, ວຽກ​ງານ​ພົວພັນ​ຕ່າງປະ​ເທດ ​ແລະ ການສ້າງ​ກົດໝາຍ​ຂອງ​ສະພາ​ແຫ່ງ​ຊາດ ກໍ​ຄື​ສະພາບ​ການ​ຮ່ວມ​ມື​ລະຫວ່າງ​ລັດຖະສະພາ​ໃນ​ຂອບ​ເຂດ​ສະຫະພັນ​ລັດຖະສະພາ​ສາກົນ (IPU) ​ເຊິ່ງ ຫວຽດນາມ ​ແລະ ອາ​ຟຼີ​ກາ​ໃຕ້ ​ເປັນ​ສະມາຊິກ. ບັນດາ​ສະມາຊິກ​ລັດຖະສະພາ ອາ​ຟີຼີກາ​ໃຕ້ ມີ​ຄວາມປະ​ທັບ​ໃຈ​​ພິ​ເສດ​ຕໍ່ບັນດາຜົນງານ​ພັດທະນາ​ກ່ຽວ​ກັບ​ທຸກ​ດ້ານ​ຂອງ ຫວຽດນາມ; ​ເນັ້ນ​ໜັກ 2 ຝ່າຍ​ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ ​ເພື່ອ​ຮ່ວມ​ມື​​ໃນ​ການ​ລົງທຶນ, ການ​ຄ້າ, ການ​ສຶກສາ, ການທ່ອງທ່ຽວ, ພົບ​ປະ​ແລກປ່ຽນ​ປະຊາຊົນ​ຢ່າງແທດ​ຈິງ; ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ໃຫ້ການ​ພົວພັນ 2 ປະ​ເທດ​ໄດ້​ຮັບ​ການຍົກ​ຂຶ້ນສູ່​ລະດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໂດຍ​ໄວ.

 

 

 

ຂ່າວ/ບົດ​ອື່ນ