ສະພາແຫ່ງຊາດເລີ່ມ ປຶກສາຫາລືກ່ຽວກັບ ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງປີ 2013

ສະພາແຫ່ງຊາດເລີ່ມ ປຶກສາຫາລືກ່ຽວກັບ ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງປີ 2013 - ảnh 1
(ພາບປະກອບ)

(vovworld) - ສະພາ​ແຫ່ງ​ຊາດ​ເລີ່​ມປຶກສາ​ຫາລື​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ປີ 2013 ​ແມ່ນ​ເນື້ອ​ໃນ​​ເຮັດ​ວຽກ​ຢູ່​ໜ່ວຍ​ຂອງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 6 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ໃນ​ຕອນ​ບ່າຍ​ວັນ​ທີ 29 ຕຸລາ​.

    ຕາມ​ບົດ​ລາຍ​ງານ​ຂອງ​ລັດຖະບານ​ແລ້ວ, ປິ 2013 ມີ 41 ກໍລະນີ​ຫົວໜ້າ​ຖືກ​ປັບ​ໄໝ​ລົງ​ໂທດ ຍ້ອນ​ຂາດຄວາມຮັບຜິດຊອບ​ປະ​ໃຫ້​ເກີດ​​ການ​ສໍ້​ລາດ​ບັງ​ຫຼວງ ​ແລະ ກໍ່​ໃນ​ປີ 2013, ຂະ​ແໜງ​ກວດກາ ​ໄດ້​ກວດພົນ 80 ກໍ່​ລະ​ນີ, 90 ​ເປົ້າ​ໝາຍ​ທີ່ມີ​ການກະທຳ​ກ່ຽວຂ້ອງ​ເຖິງ​​ໄພສໍ້​ລາດບັງ​ຫຼວງ ດ້ວຍ​ຈຳນວນ​ເງິນ 117,5 ຕື້​ດົງ, ​ເກ​ັບຄືນ​ໄດ້ 59 ຕື້​ດົງ.

        ນອກຈາກ​ບັນດາ​ເນື້ອ​ໃນ​ດັ່ງ​ກ່າວ, ​ໃນ​ວັນ​ທີ 29 ຕຸລາ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ຍັງ​ຮັບ​ຟັງ​ບົດ​ລາຍ​ງານ ​ແລະ ປຶກສາ​ຫາລື​ກ່ຽວ​ກັບ​ບາງ​ເນື້ອ​ໃນ​ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນຂອງ​ຮ່າງ​ກົດໝາຍ​ປ້ອງ​ກັນ ​ແລະ ກວດ​ໂລກລະບາດ​ສຳລັບ​ພືດ; ປຶກສາ​ຫາລື​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການລະ​ເມີດ​ກົດໝາຍ ​ແລະ ອາດຊະຍາ​ກຳ; ວຽກ​ງານ​ຂອງ​ຫົວ​ໜ້າ​ອົງການ​ໄອຍະ​ການ​ປະຊາຊົນ​ສູງ​ສຸດ, ປະທານ​ສານ​ປະຊາຊົນ​ສູນ​ສຸດ; ວຽກງານ​ດຳ​ເນີ​ຄະດີ​ປີ 2013.

ຂ່າວ/ບົດ​ອື່ນ