ສະພາ​ແຫ່ງ​ຊາດໄດ້​ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍແຮງງານ

ຕອນ​ເຊົ້າ​ວັນ​ທີ 22 ພິຈິກ, ​ໂດຍ​ສືບ​ຕໍ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ່ 2 ສະພາ​ແຫ່ງ​ຊາດຫວຽດນາມ​ຊຸດ​ທີ່ 13, ສະພາ​ແຫ່ງ​ຊາດໄດ້​ເຮັກ​ວຽກ​ຢູ່​ຫໍ​ປະຊຸມ​ກ່ຽວ​ກັບ​​ຮ່າງ​​ກົດໝາຍວ່າ​ດ້ວຍ​ແຮງ​ງານສະບັບ​ປັບປຸງ. ​ໃນ​ນັ້ນ, ບັນຫາ​ທີ່​ບັນດາ ສສຊ ​ສົນ​ໃຈ​​ແມ່ນ​ເງິນ​ເດືອນ​ພື້ນຖານ, ​ເວລາ​ເຮັດ​ເພີ່ມ​, ອາ​ຍຸ້ອອກ​ພັກກິນ​ເບຍ​ບຳນານ, ​ເວ​ລາ​ພັກ​ຜ່ອນ​ຂອງ​ແມ່ຍິງ​ກ່ອນ ​ແລະ ພາຍຫຼັງ​ເກີດ​ລູກ ​ແລະ ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ໃນການ​ອອກແຮງ​ງານ​ລວມໝູ່. ດ້ວຍ​ທັດສະນະ​ທີ່​ວ່າ, ​ເງິນ​ເດືອນ​ແມ່ນ​ບັນຫາຕົ້ນ​ຕໍ່ໃນ​ການ​ພົວພັນ​ແຮງ​ງານ, ສສຊ ຫຼາຍ​ທ່ານ​​ໄດ້​ຖື​ວ່າ, ນີ້​ແມ່ນ​ເຫດຜົນ​ຂອງ 90% ຂອງບັນດາການນັດຢຸດ​ງານທີ່​ເກີດ​ຂື້ນ​ໃນ​ໄລຍະ​ທີ່​ຜ່ານ​ມາ. ​​ບົນ​ພື້ນ​ຖານ​ນັ້ນ, ສສຊ ດັ້ງ​ງອກ​ຕຸງ ສະ​ເໜີ​ວິທີການ​ຄິດ​ໄລ​ເງິນ​ເດືອນ​​ໃໝ່ວ່າ.


“ ​​ແຕ່ລະ​ປີ​ລັດຖະບານບໍ່​ຄວນປະກາດ​​ໃຊ້ເງິນ​ເດືອນ​ພື້ນຖານ​ເພາະວ່າ​ມັນ​ແມ່ນ​ເຫດຜົນ​​ເຮັດ​ໃຫ້ເພີ່ມ​ລາຄາ. ​ເພາະສະ​ນັ້ນ​ຂ້າພະ​ເຈົ້າະ​ເໜີ​ວ່າ, ​ເມື່ອ​ເປັນ​ເອກະ​ພາບ​ນຳ​ກັນ​ກ່ຽວ​ກັບເງິນ​ເດືອນ​ພື້ນຖານ​ຮັບປະກັນ​ຊີວິດ​ການ​ເປັນ​ຢູ່​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ​ແລ້ວ, ​ເງິນ​ຖືກ​ຕົກ​ລາຄາ​ໃນ​ລະດັບ​ໃດ, ​ໃນ​ທ້າຍ​ປີ​ກໍ່​ນຳ​ໃຊ້​ຕາມລະດັບຕົກ​ລາຄານັ້ນ, ດັ່ງ​ນັ້ນລາຍ​ຮັບ​ຂອງ​ຜູ້​ອອກ​ແຮງ​ງານ​ຈຶ່ງ​ຕອບ​ສະໜອງ​ຕາມ​ສະພາບ​ຕົວ​ຈິງ”

ກ່ຽວ​ກັບ​ເວລາ​ພັກ​ຜ່ອນ​ຂອງ​ແມ່​ຍິງ​ກອນ ​ແລະ ພາຍຫຼັງ​ເກີດ​ລູກ, ສສຊ ຫຼານ​ທ່ານສະ​ເໜີ​ວ່າ​ຄວນ​ນຳ​ໃຊ້​ເວລາ​ພັກ​​ແມ່ນ 6 ​ເດືອນ​ໃຫ້​ແກ່​ຄົນງານ​ຍິງ. ທ່ານ​ນາງ ຫງວຽນທຸ໋ຮວານ ສສຊ ​ແຂວງ ​​ໄທ​ບິງ ຖື​ວ່າ.                                 

“       ​ເພື່ອ​ສຸຂະພາບ​ຂອງຜູ້​ເປັນ​ແມ່, ​ເພື່ອ​ການ​ພັດທະນາ​ຂອງ​ເດັກນ້ອຍ, ພວກ​ເຮົາ​ຄວນ​ເພີ່ມ​ເວລາ​ພັກ​​ໃຫ້​ແກ່​ແມ່ຍິງ​ກ່ອນ ​ແລະ ພາຍຫຼັງ​ເກີດ​ລູກຂື້ນ​ເປັນ 6 ​ເດືອນ​​ເພາະວ່າ​ບັນ​ຫາ​​ໂຮງລ້ຽງ​ເດັກ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ມີ​​ໂຮງລ້ຽງ​ເດັກ​ຮັບອາ​ຍຸຕໍ່າ​ກ່ວາ 6 ​ເດືອນແມ່ນ​ໜ້ອຍ​ທີ​ສຸດ, ສຸຂະພາບ​ຂອງ​ຄົນ​ງານ​ຍິງ​ຢັງ​ອ່ອນ​​ແອ່. ຖ້າ​ຫາກ​​​ໄປ​ເຮັດ​ວຽກ​ເລີຍ​ຈະ​ເຣັດ​ໃຫ້​ປະສິດ​ທິຜົນ​ການອອກ​ແຮງ​ງານ​ບໍ່​ສູງ. ນອກຈາກ​ນັ້ນ, ກອງ​ທຶນ​ເດັກ ສປຊ ກໍ່​ຮຽກຮ້ອງ​ໃຫ້​ລ້ຽງ​ລູກ​ດ້ວຍ​ນົມ​ແມ່​ໃນ 6 ​ເດືອນ​ທຳ​ອິດ       ”


ແລະ​ຕອນ​ບ່າຍ​ວັນ​ດຽວ​ກັນ, ສະພາ​ແຫ່ງ​ຊາດ​ກໍ່ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ​ແຜນການ​ນຳ​ໃຊ້​ທີ່​ດິນໄລຍະ 2011 - 2015 ​ແລະ ​ແຜນການ​ນຳ​ໃຊ້​ທີ່​ດິນ​ໄລຍະ 2011 - 2020, ປຶກສາ​ຫາລື​ຢູ່​ຫໍ​ປະຊຸມ​ກ່ຽວກັບ​ຮ່າງ​ກົດໝາຍ​ວ່າດ້ວຍ​ກຳມະບານ ( ສະບັບ​ປັບປຸງ ).

ຂ່າວ/ບົດ​ອື່ນ