ສະມາຄົມນັກທຸລະກິດຫວຽດນາມຢູ່ອີຕາລີຈັດກອງປະຊຸມໃຫຍ່ຄັ້ງທີ 12 ອາຍຸການ 2018 – 2021

(VOVWORLD) -ຫວ່າງແລ້ວນີ້, ຢູ່ນະຄອນຫຼວງ Rome, ດ້ວຍການໜູນຊ່ວຍຂອງສະຖານທູດຫວຽດນາມ ປະຈຳອີຕາລີ, ສະມາຄົມນັກທຸລະກິດຫວຽດນາມ ຢູ່ອີຕາລີ ໄດ້ຈັດກອງປະຊຸມໃຫຍ່ນັກທຸລະກິດຊາວຫວຽດນາມ ຢູ່ອີຕາລີ ຄັ້ງທີ 2 ອາຍຸການ 2018 – 2021.

ສະມາຄົມນັກທຸລະກິດຫວຽດນາມຢູ່ອີຕາລີຈັດກອງປະຊຸມໃຫຍ່ຄັ້ງທີ 12 ອາຍຸການ 2018 – 2021 - ảnh 1ກອງປະຊຸມໃຫຍ່ກໍ່ໄດ້ເລືອກຕັ້ງຄະນະບໍລິຫານງານສະມາຄົມນັກທຸລະກິດຊາວຫວຽດນາມ

ອາໄສຢູ່ອີຕາລີ ອາຍຸການ 2018 – 2021

(ພາບ: Vietnam+)

ກອງປະຊຸມໃຫຍ່ຄັ້ງນີ້ໄດ້ສະຫຼຸບໝາກຜົນໃນວິວັດການເຄື່ອນໄຫວຂອງສະມາຄົມໃນຊຸມປີຜ່ານມາ ແລະ ວາງອອກທິດທາງການເຄື່ອນໄຫວໃນອາຍຸການໃໝ່ ດ້ວຍເປົ້າໝາຍແມ່ນສ້າງສະມາຄົມໃຫ້ນັບມື້ນັບເຂັ້ມແຂງ, ເພີ່ມທະວີການໜູນຊ່ວຍເຊິ່ງກັນແລະກັນໃນການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ ແລະ ພັດທະນາເສດຖະກິດຢູ່ອີຕາລີ, ປະກອບສ່ວນຕັ້ງໜ້າເຂົ້າໃນການເຄື່ອນໄຫວຮ່ວມມືດ້ານເສດຖະກິດ, ການແລກປ່ຽນການຄ້າ, ການລົງທຶນລະຫວ່າງຫວຽດນາມ ແລະ ອີຕາລີ.

        ທ່ານ ຟ້າມວັງຮົ່ງ, ປະທານສະມາຄົມນັກທຸລະກິດຫວຽດນາມ ອາໄສຢູ່ອີຕາລີ ອາຍຸການ 2011 – 2018 ໃຫ້ຮູ້ວ່າ, ສະມາຄົມໄດ້ເພີ່ມທະວີການເຄື່ອນໄຫວພົບປະແລກປ່ຽນ, ຮ່ວມສຳພັນກັບບັນດາອົງການຈັດຕັ້ງ, ວິສາຫະກິດອີຕາລີ, ບັນດາສະມາຄົມນັກທຸລະກິດຫວຽດນາມ ຢູ່ບັນດາປະເທດເອີລົບ ອື່ນເປັນປະຈຳ; ເພີ່ມທະວີການໜູນຊ່ວຍໃຫ້ບັນດາສະມາຊິກ…

        ກອງປະຊຸມໃຫຍ່ກໍ່ໄດ້ເລືອກຕັ້ງຄະນະບໍລິຫານງານສະມາຄົມນັກທຸລະກິດຊາວຫວຽດນາມ ອາໄສຢູ່ອີຕາລີ ອາຍຸການ 2018 – 2021.

ຕອບກັບ

ຂ່າວ/ບົດ​ອື່ນ