ສະ​ມາ​ຄົມ​ພຸດທະສາສະໜາ ແຂວງກ໋​ວາງ​ນິງ ພາ​ລະ​ນາຂໍ​ໃຫ້​ປະ​ເທດ​ຊາດ​ມີ​ສັນ​ຕິ​ພາບ, ປະ​ຊາ​ຊົນ​ມີຄວາມສະ​ຫງົບ​ສຸກ

(VOVWORLD) -ພາຍຫຼັງ ປະຕິບັດພິທີກຳຈ້ຳກາປະທັບທີ່ສັກສິດ ອຽນຕື ຢູ່ ທາດໂຕ໋, ບັນດາຜູ້ແທນ, ພຸດທະສາສະນິກກະຊົນ ໄດ້ຖະຫວາຍທູບທຽນ, ດຳເນີນພິທີກຳພາວະນາຂໍໃຫ້ປະເທດຊາດມີສັນຕິພາບ, ປະຊາຊົນມີຄວາມຢູ່ເຢັນເປັນສຸກ.
ສະ​ມາ​ຄົມ​ພຸດທະສາສະໜາ ແຂວງກ໋​ວາງ​ນິງ ພາ​ລະ​ນາຂໍ​ໃຫ້​ປະ​ເທດ​ຊາດ​ມີ​ສັນ​ຕິ​ພາບ, ປະ​ຊາ​ຊົນ​ມີຄວາມສະ​ຫງົບ​ສຸກ - ảnh 1ຄະນະບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ ແຂວງກ໋ວາງນິງ ໄດ້ດຳເນີນບັນດາພິທີກຳທາງສາສະໜາ (ພາບ: truyenhinhdulich.vn)

ວັນທີ 21 ກຸມພາ (ກົງກັບວັນທີ 10 ເດືອນຈຽງໄລ່ຕາມຈັນທະປະຕິທິນ), ຢູ່ວັດ ຮວາອຽນ ຂຶ້ນກັບເຂດປູຊະນີຍະສະຖານ ອຽນຕື, ນະຄອນ ອວງບີ໊, ແຂວງ ກ໋ວາງນິງ, ຄະນະບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ ແຂວງກ໋ວາງນິງ ໄດ້ດຳເນີນບັນດາພິທີກຳທາງສາສະໜາ. ພາຍຫຼັງ ປະຕິບັດພິທີກຳຈ້ຳກາປະທັບທີ່ສັກສິດ ອຽນຕື ຢູ່ ທາດໂຕ໋, ບັນດາຜູ້ແທນ, ພຸດທະສາສະນິກກະຊົນ ໄດ້ຖະຫວາຍທູບທຽນ, ດຳເນີນພິທີກຳພາວະນາຂໍໃຫ້ປະເທດຊາດມີສັນຕິພາບ, ປະຊາຊົນມີຄວາມຢູ່ເຢັນເປັນສຸກ. ພະອາຈານໃຫຍ່ ທິກດ໊າວຫ໋ຽນ, ຮອງຫົວໜ້າຄະນະ ທັງເປັນເລຂາທິການໃຫຍ່ຄະນະບໍລິຫານງານ ສະມາຄົມພຸດທະສາສະໜາ ແຂວງກ໋ວາງນິງ ໃຫ້ຮູ້ວ່າ:

        ຕາມປະເພນີແລ້ວ, ພວກຂ້າພະເຈົ້າພາວະນາຂໍໃຫ້ປະເທດຊາດມີສັນຕິພາບ, ປະຊາຊົນມີຄວາມຢູ່ເປັນເປັນສຸກ, ພາວະນາສິ່ງທີ່ດີ, ຂໍໃຫ້ມີສຸຂະພາບແຂງແຮງ… ແລະ ປະກອບສ່ວນໂຄສະນາໄປຍັງບັນດາພຸດທະສາສະນິກກະຊົນ, ປະຊາຊົນ ໃຫ້ມີສະຕິ ໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ກ່ວາອີກ. ເຖິງວ່າສະພາບການໂລກລະບາດໂຄວິດ - 19 ຍັງສັບສົນກໍ່ຕາມ, ແຕ່ສະມາຄົມພຸດທະສາສະໜາ ຍັງຮັບໃຊ້ບັນດາຄວາມຕ້ອງການດ້ານຈິດວິດຍານອັນຊອບທຳຂອງປະຊາຊົນ ດ້ວຍບັນດາການເຄື່ອນໄຫວທາງອອນລາຍຜ່ານສື່ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ