ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຫວຽດ​ນາມ​ຢູ່​ລາວ: ສາ​ມັກ​ຄີ-ປ່​ຽນ​ແປງ-ຮ່ວມ​ມື-ພັດ​ທະ​ນາ

(VOVWORLD) -ທ່ານ ຫວຽນບ່າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ສະເໜີໃຫ້ບັນດາວິສາຫະກິດ ປ່ຽນແປງໃໝ່ຈິນຕະນາການ, ວິທີດຳເນີນທຸລະກິດ, ການລົງທຶນ; ມີຄວາມສະດຸ້ງ, ມີຫົວຄິດປະດິດສ້າງກວ່າ, ລົງທຶນຢ່າງເໝາະສົມເຂົ້າໃນວຽກງານການຄົ້ນຄວ້າ; ສາມັກຄີ, ຕິດພັນ, ຊ່ວຍເຫຼືອເຊິ່ງກັນ ແລະ ເພື່ອພ້ອມກັນພັດທະນາ, ຜ່ານນັ້ນໄດ້ມີຫຼາຍການປະກອບສ່ວນ ເຂົ້າໃນວຽກງານການພັດທະນາເສດຖະກິດສອງປະເທດ ລາວ-ຫວຽດນາມເວົ້າສະເພາະ ແລະ ສາຍພົວພັນພິເສດ ຫວຽດນາມ-ລາວ ເວົ້າລວມ, ສົມເປັນຂົວຕໍ່ການພົວພັນເສດທະກິດໃຫ້ແກ່ສອງປະເທດ.
ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຫວຽດ​ນາມ​ຢູ່​ລາວ: ສາ​ມັກ​ຄີ-ປ່​ຽນ​ແປງ-ຮ່ວມ​ມື-ພັດ​ທະ​ນາ - ảnh 1ກອງປະຊຸມໃຫຍ່ຜູ້ແທນສະມາຄົມວິສາຫະກິດຫວຽດນາມ ຮ່ວມມື ແລະ ລົງທຶນຢູ່ລາວຄັ້ງທີ III

ວັນທີ 12 ຕຸລາ, ຢູ່ນະຄອນຫຼວງວຽງຈັນ, ໄດ້ໄຂກອງປະຊຸມໃຫຍ່ຜູ້ແທນສະມາຄົມວິສາຫະກິດຫວຽດນາມ ຮ່ວມມື ແລະ ລົງທຶນຢູ່ລາວຄັ້ງທີ III , ອາຍຸການ 2022-2027. ກອງປະຊຸມໃຫຍ່ໄດ້ກຳນົດທິດທາງການເຄື່ອນໄຫວຂອງສະມາຄົມໃນອາຍຸການ III (2022-2027), ໃນນັ້ນໄດ້ເນັ້ນໜັກວ່າ ຈະຍຶດໝັ້ນຕໍ່ລາຍການປ່ຽນແປງຂອງສະມາຄົມ; ສຸມໃສ່ກໍ່ສ້າງລະບົບໃຫ້ຄົບຊຸດ, ເປັນເອກະພາບ ແລະ ຕິດພັນໃນໜ້າທີ່ວຽກງານຈຸດສຸມ; ສົ່ງເສີມໃຫ້ຄຳປຶກສາ, ຊ່ວຍເຫຼືອດ້ານນິຕິກຳ ປົກປ້ອງສິດ, ຜົນປະໂຫຍດອັນຊອບທຳ ແລະ ຖືກຕ້ອງຕາມກົດໝາຍຂອງສະມາຊິກສະມາຄົມ; ເພີ່ມທະວີການເຊື່ອມໂຍງເຄືອຂ່າຍກັບບັນດາອົງການນັກທຸລະກິດ, ສະມາຄົມຂະແໜງວິຊາຊີບ, ບັນດາອົງການສິນເຊື່ອ… ຢູ່ໃນປະເທດ, ພາກພື້ນ ແລະ ໃນໂລກ. ກອງປະຊຸມໃຫ່ຍໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານຊຸດໃໝ່ດ້ວຍສະມາຊິກ 11 ຄົນ ແລະ ປ່ອນບັດຄັດເລືອກເອົາ ທ່ານ ເຢືອງດິ້ງບາງ ເປັນປະທານຄະນະບໍລິຫານງານສະມາຄົມວິສາຫະກິດຫວຽດນາມ ຢູ່ລາວຊຸດໃໝ່.

ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຫວຽດ​ນາມ​ຢູ່​ລາວ: ສາ​ມັກ​ຄີ-ປ່​ຽນ​ແປງ-ຮ່ວມ​ມື-ພັດ​ທະ​ນາ - ảnh 2ທ່ານ ຫວຽນບ່າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ກ່າວຄຳເຫັນທີ່ກອງປະຊຸມ
ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ຫວຽນບ່າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ສະເໜີໃຫ້ບັນດາວິສາຫະກິດ ປ່ຽນແປງໃໝ່ຈິນຕະນາການ, ວິທີດຳເນີນທຸລະກິດ, ການລົງທຶນ; ມີຄວາມສະດຸ້ງ, ມີຫົວຄິດປະດິດສ້າງກວ່າ, ລົງທຶນຢ່າງເໝາະສົມເຂົ້າໃນວຽກງານການຄົ້ນຄວ້າ; ສາມັກຄີ, ຕິດພັນ, ຊ່ວຍເຫຼືອເຊິ່ງກັນ ແລະ ເພື່ອພ້ອມກັນພັດທະນາ, ຜ່ານນັ້ນໄດ້ມີຫຼາຍການປະກອບສ່ວນ ເຂົ້າໃນວຽກງານການພັດທະນາເສດຖະກິດສອງປະເທດ ລາວ-ຫວຽດນາມເວົ້າສະເພາະ ແລະ ສາຍພົວພັນພິເສດ ຫວຽດນາມ-ລາວ ເວົ້າລວມ, ສົມເປັນຂົວຕໍ່ການພົວພັນເສດທະກິດໃຫ້ແກ່ສອງປະເທດ.

ນັກຂ່າວ VOV ປະຈຳ ລາວ

ຕອບກັບ

ຂ່າວ/ບົດ​ອື່ນ