ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ຍີ່​ປຸ່ນ: ຈຸດ​ເວ​ລາ​ຫວຽດ​ນາມ ສະ​ແດງ​ຄວາມ​ຄາ​ດ​ຫວັງ​ພັດ​ທະ​ນາ ແລະ ບົດ​ບາດ​ນັບ​ມື້​ນັບຍິ່ງ​ໃຫຍ່​ຂອງ​ຕົນ​ບົນ​ເວ​ທີ​ສາ​ກົນ

(VOVWORLD) - ນັບແຕ່ເວລາເລີ່ມນະໂຍບາຍປ່ຽນແປງໃໝ່ມາຮອດປັດຈຸບັນ, ພັກກອມມູນິດ ຫວຽດນາມ ຍາມໃດກໍ່ສວມບົດບາດນຳພາວິວັດການພັດທະນາ ຂອງ ຫວຽດນາມຢ່າງຂະຫຍັນຂັນເຄື່ອນທີ່ສຸດ ຢ່າງສຸດຂີດ. 
ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ຍີ່​ປຸ່ນ: ຈຸດ​ເວ​ລາ​ຫວຽດ​ນາມ ສະ​ແດງ​ຄວາມ​ຄາ​ດ​ຫວັງ​ພັດ​ທະ​ນາ ແລະ ບົດ​ບາດ​ນັບ​ມື້​ນັບຍິ່ງ​ໃຫຍ່​ຂອງ​ຕົນ​ບົນ​ເວ​ທີ​ສາ​ກົນ - ảnh 1ທ່ານນາງ Obuchi Yuko ປະທານສະຫະພັນ ສະມາຊິກລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ ຕອບສຳພາດຕໍ່ ນັກຂ່າວຂອງສຳນັກຂ່າວສານຫວຽດນາມ (ພາບ: TTXVN)

ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ເປີດສັງກາດພັດທະນາໃໝ່ຂອງ ຫວຽດນາມ ແລະ ກໍ່ແມ່ນຈຸດເວລາ ຫວຽດນາມ ສະແດງໃຫ້ເຫັນບົດບາດນັບມື້ນັບຍິ່ງໃຫຍ່ຂອງຕົນ ບົນເວທີສາກົນ. ນີ້ແມ່ນຂໍ້ສັງເກດຂອງທ່ານນາງ Obuchi Yuko ປະທານສະຫະພັນ ສະມາຊິກລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ, ໃນບົດຕອບສຳພາດຂອງສຳນັກຂ່າວສານຫວຽດນາມ ປະຈຳຍີ່ປຸ່ນ, ຫວ່າງແລ້ວນີ້ເນື່ອງໃນໂອກາດກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ.

ຕາມທ່ານນາງ Obuchi Yuko, ນັບແຕ່ເວລາເລີ່ມນະໂຍບາຍປ່ຽນແປງໃໝ່ມາຮອດປັດຈຸບັນ, ພັກກອມມູນິດ ຫວຽດນາມ ຍາມໃດກໍ່ສວມບົດບາດນຳພາວິວັດການພັດທະນາ ຂອງ ຫວຽດນາມຢ່າງຂະຫຍັນຂັນເຄື່ອນທີ່ສຸດ ຢ່າງສຸດຂີດ. ທ່ານນາງ Obuchi Yuko, ຕີລາຄາສູງ ບັນດາຄວາມມານະພະຍາຍາມປະຕິຮູບເຊິ່ງ ຫວຽດນາມ ພວມຊຸກຍູ້, ທ່ານນາງໃຫ້ຂໍ້ສັງເກດວ່າກ້າວເຂົ້າສູ່ ສັງກາດໃໝ່, ພັກກອມມູນິດ ຫວຽດນາມ ຈະສືບຕໍ່ສວມບົດບາດນຳ ຫວຽດນາມ ບັນລຸໄດ້ການພັດທະນາຫຼາຍກວ່າອີກ, ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັນຕິພາບ ແລະ ສະຖຽນລະພາບຂອງປະຊາຄົມສາກົນ. ກ່ຽວກັບວຽກງານຕ່າງປະເທດ, ທ່ານນາງ Obuchi Yuko ຕີລາຄາວ່າ ກອງປະຊຸມໃຫຍ່ຄັ້ງທີ XIV ກໍ່ແມ່ນໂອກາດສຳຄັນເພື່ອໃຫ້ ຫວຽດນາມສະແດງອອກຢ່າງຈະແຈ້ງກັບໂລກດ້ວຍຄວາມຕັດສິນໃຈບືນຕົວຂຶ້ນຢ່າງແຮງກວ່າອີກໃນໄລຍະຈະມາເຖິງ, ສະແດງໃຫ້ເຫັນຄາດຫວັງພັດທະນາ ແລະ ບົດບາດທີ່ນັບມື້ນັບຍິ່ງໃຫຍ່ຂຶ້ນຂອງ ຕົນບົນເວທີສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ