ສະມາຊິກສະພາແຫ່ງຊາດປຶກສາຫາລືກ່ຽວກັບ ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ

ສະມາຊິກສະພາແຫ່ງຊາດປຶກສາຫາລືກ່ຽວກັບ ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ - ảnh 1

ສຳນັກງານຄະນະ​ກຳມະການ​ປະຊາຊົນ​ນະຄ​ອນ​ດ່າ​ນັງ

(ພາບ: hoteldanang.com)

(vovworld)- ວັນ​ທີ 3/6, ບັນດາ ສສຊ ​ເຂົ້າຮ່ວມ​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ​ໄດ້​ເລີ່​ມການ​ປຶກສາ​ຫາລື​ຢູ່​ຫໍ​ປະຊຸມ​ກ່ຽວ​ກັບຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ. ນອກ​ຈາກ​ບັນຫາ​ຊື່​ປະ​ເທດ, ບົດບາດ​ນຳພາຂອງ​ພັກຕໍ່​ລັດ ​ແລະ ສັງຄົມ, ລະບອບ​ເສດຖະກິດ​ແລ້ວ, ຫຼາຍ​ຄຳ​ເຫັນ​ກໍ​ໄດ້​ເຕື້ອງ​ເຖິງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ.

  ຄຳ​ເຫັນ​ຂອງຫຼາຍທ່ານຢືນຢັນ​ວ່າ ຮູບ​ແບບ​ອຳນາດ​ການ​ປົກ​ຄອງ 4 ຂັ້ນຄື​ປະຈຸ​ບັນ​ແມ່ນ​ເໝາະ​ສົມ. ຈາກການ​ທົດ​ລອງ​ຕົວ​ຈິງ​ບໍ່​ຈັດ​ຕັ້ງສະພາ​ປະຊາຊົນຂັ້ນ​ເມືອງ, ຕາ​ແສງ​ຢູ່​ດ່າ​ນັງ, ທ່ານ​ຮິງ​ເຫງຍ ສສຊ ນະຄອນ​ດ່າ​ນັງ ຖື​ວ່າ: ຮູບ​ແບບ​ທົດ​ລອງ​ບໍ່​ທັນ​ມີ​ການ​ສະຫລຸບ​ຕີ​ລາຄາ​ຜົນ​ສຳ​ເລັດ​ໄດ້​​ເທື່ອ. ທ່ານຮິງ​ເຫງຍ ​ເວົ້າວ່າ:

   “ຖ້າ​ຫາກ​ວ່າ​ພວກ​ເຮົາ​ປະ​ສະພາ​ປະຊາຊົນ, ​ໃຜ​ຈະ​ແມ່ນ​ຜູ້ຕາງໜ້າ​ໃຫ້​ແກ່​ປະຊາຊົນ​ເພື່ອ​ປະຕິບັດ​ສິດ​ເປັນ​ເຈົ້າຂອງ​ຕົນ, ໃຜ​ຈະ​ແມ່ນ​ຜູ້​ຕິດຕາມກວດກາ​ຄະນະ​ກຳມະການ​ປະຊາຊົນ ​ແລະ ອຳນາດ​ການ​ປົກ​ຄອງ​ຂັ້ນ​ເມືອງ. ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ, ​ໃນ​ດ້ານ​ພຶດຕິ​ກຳ​ຕົວ​ຈິງ ​ແລະ ທິດ​ສະ​ດີ​ປະຈຸ​ບັນ​ບໍ່​ທັນ​ສາມາດ​ແກ້​ໄຂ​ບັນຫາ​ນີ້​ໄດ້​ເທື່ອ

  ທ່ານ​ເຈິ່ນຢູລິກ, ສສຊ ນະຄອນ​ໂຮ່ຈິ​ມິນ ຖື​ວ່າ: ຖ້າວ່າ​ແມ່ນ​ອົງການ​ປົກຄອງ​ຕ້ອງ​ມີ​ອົງການ​ໂດຍ​ປະຊາຊົນ​ແຕ່ງຕັ້ງ. ​ໃນ​ເງື່ອນ​ໄຂ​ຢູ່​ຫວຽດນາມ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ຄວນ​ຈັດຕັ້ງ 2 ຂັ້ນ: ຂັ້ນ​ແຂວງ ​ແລະ ຂັ້ນຮາກ​ຖານ:

   “ຂ້າພະ​ເຈົ້າສະ​ເໜີ​ຮູບ​​ແບບ: ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ປະຕິບັດ 2 ພາລະ​ໜ້າ​ທີ່: ທີ​ໜຶ່ງ​ແມ່ນ​ປະຕິບັດ​ພາລະ​ໜ້າ​ທີ່​ບໍລິຫານ​ຂອງ​ລັດຖະບານ​ໃນ​ບໍລິ​ເວນ ໝາຍ​ຄວາມວ່າປະຕິບັດ​ກົດໝາຍ, ພາລະ​ໜ້າ​ທີ່​ທີ​ສອງ​ແມ່ນ​ຕາງໜ້າ​ໃຫ້​ຜົນ​ປະ​ໂຫຍ​ດຂອງ​ປະຊາ​ຄົມ​ທ້ອງ​ຖິ່ນ, ​ແກ້​ໄຂ​ບັນດາ​ບັນຫາ​ຂອງ​ທ້ອງ​ຖິ່ນ​ແຕ່​ບໍ່​ກໍ່​ຜົນ​ສະທ້ອນ​ເຖິງ​ຜົນ​ປະ​ໂຫຍ​ດຂອງ​ຊາດ”.

ຂ່າວ/ບົດ​ອື່ນ