ສະ​ວິດ​ຍາມ​ໃດ​ກໍ່​ຖື ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ພັດ​ທະ​ນາ​ໃນ​ພາກ​ພື້ນ

(VOVWORLD) - ທ່ານປະທານສະພາຕ່ຳສະວິດ Martin Candinas ໄດ້ເນັ້ນໜັກວ່າ, ສະວິດ ສະແດງຄວາມຊົມເຊີຍຕໍ່ບັນດາຄຳໝັ້ນສັນຍາຂອງ ຫວຽດນາມ ກ່ຽວກັບການປ່ອຍທາດພິດລົງລະດັບ 0 ໃນປີ 2050.
ສະ​ວິດ​ຍາມ​ໃດ​ກໍ່​ຖື ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ພັດ​ທະ​ນາ​ໃນ​ພາກ​ພື້ນ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ  ແລະ ທ່ານປະທານສະພາຕ່ຳ ສະວິດ Martin Candinas (ພາບ: quochoi.vn)

ຕອນເຊົ້າວັນທີ 28 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເປັນປະທານພິທີຕ້ອນຮັບທ່ານປະທານສະພາຕ່ຳ ສະວິດ Martin Candinas. ພາຍຫຼັງພິທີຕ້ອນຮັບ, ການນຳສອງທ່ານໄດ້ດຳເນີນການພົບປະເຈລະຈາ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອກັບສະວິດ, ທ່ານສະແດງຄວາມຂອບໃຈ ສະວິດ ທີ່ໄດ້ສະຫງວນ ແຫຼ່ງເງິນລົງທຶນຊ່ວຍເຫຼືອລ້າ (ODA) ກ່ວາ 600 ລ້ານ USD ໃຫ້ແກ່ ຫວຽດນາມ ໃນໄລຍະ 1991 – 2021 ແລະ ໜູນຊ່ວຍ ຫວຽດນາມ ແຫຼ່ງກຳລັງໃນການປ້ອງກັນ, ຕ້ານພະຍາດໂຄວິດ - 19. ທ່ານປະທານສະພາແຫ່ງຊາດ ໄດ້ສະເໜີສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຊຸກຍູ້ການຮ່ວມມືຊ່ອງທາງພັກ, ລັດ ແລະ ພົວພັນແລກປ່ຽນປະຊາຊົນ. ທ່ານປະທານສະພາແຫ່ງຊາດ ຫວັງວ່າ ສອງຝ່າຍຈະດຳເນີນການເຈລະຈາໂດຍໄວ ເພື່ອມຸ່ງໄປເຖິງການເຊັນສັນຍາການຄ້າເສລີ ຫວຽດນາມ - ກຸ່ມການຄ້າເສລີ ເອີລົບ.

ສ່ວນທ່ານປະທານສະພາຕ່ຳສະວິດ Martin Candinas ໄດ້ເນັ້ນໜັກວ່າ, ສະວິດ ສະແດງຄວາມຊົມເຊີຍຕໍ່ບັນດາຄຳໝັ້ນສັນຍາຂອງ ຫວຽດນາມ ກ່ຽວກັບການປ່ອຍທາດພິດລົງລະດັບ 0 ໃນປີ 2050 ແລະ ພ້ອມແລ້ວທີ່ຈະຮ່ວມເດີນທາງ, ໜູນຊ່ວຍ ຫວຽດນາມ ໃນການປົກປັກຮັກສາສິ່ງແວດລ້ອມ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ