ສະວິດນຳໜ້າເອີລົບກ່ຽວກັບຄວາມເສລີດ້ານເສດຖະກິດ

ສະວິດນຳໜ້າເອີລົບກ່ຽວກັບຄວາມເສລີດ້ານເສດຖະກິດ - ảnh 1
(ພາບ​ປະ​ກອບ: TTXVN)

(vovworld) –​ ​ບົດ​ລາຍ​ງານ “ດັດ​ຊະ​ນີຄວາມ​ເສ​ລີ​ດ້ານ​ເສດ​ຖະ​ກິດ 2016” ໂດຍກອງ​ທຶນ​ມໍ​ລະ​ດົກ Heritage Foundation ຫາກໍ​ປະ​ກາດໄດ້ຊີ້​ໃຫ້​ເຫັນ​ວ່າ ສະ​ວິດ ແມ່ນ​ປະ​ເທດ​ມີ​ຄວາມ​ເສ​ລີ​ທີ່​ສຸດ​ກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດຢູ່​ເອີ​ລົບ. ຕາມ Heritage Foundation ແລ້ວ, ​ດັດ​ຊະ​ນີກ່ຽວ​ກັບ​ຄວາມ​ເສ​ລີ​ດ້ານ​ເສດ​ຖະ​ກິດ​ຂອງ​ສະ​ວິດ ໄ​ດ້​ເພີ່ມ 0,5 ຄະ​ແນນ ຂຶ້ນ 81 ຄະ​ແນນ ແລະ ​ຢືນ​ອັບ​ດັບ​ທີ 4 ໃນ​ຕາ​ຕະ​ລາງ​ຈັດ​ອັນ​ດັບ​ທົ່ວ​ໂລກ, ພຽງ​ທັດ​ຈາກ​ເຂດ​ເສດ​ຖະ​ກິດ​​ບໍ​ລິ​ຫານ​ພິ​ເສດ​ຮົ່ງ​ກົງ (ປະ​ເທດ​ຈີນ), ສິງ​ກະ​ໂ​ປ ແລະ ນິວ​ຊີ​ແລນ. ຜົນ​ສຳ​ເລັດ​​ເປັນ​ໜ້າ​ສົນ​ໃຈ​ຂອງ​ສະ​ວິດ ນັ້ນແມ່ນ​ຫຼັກ​ການ​​ດ້ານກົດ​ໝາຍ, ເ​ປີດ​ປະ​ຕູ​ຕະ​ຫຼາດ ແລະ ການ​ຄຸ​້​ມ​ຄ​ອງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ກໍ​ຕາມ​ບົດ​ລາຍ​ງານ​ດັ່ງ​ກ່າວ, ດັດ​ຊະ​ນີ​ຄວາມ​ເສ​ລີ​ດ້ານ​ເສດ​ຖະ​ກິດ​ປີ 2016 ຂອງ​ຫວຽດ​ນາມ ເພີ່ມ​ 2,3 ຄະ​ແນນ ຂຶ້ນ 54 ຄະ​ແນນ, ຢືນ​ອັນ​ດັບ​ທີ 131 ໃນ​ໂລກ ແລະ ຢືນ​ອັນ​ດັບ​ທີ​ 27 ຢູ່​ພ​​າກ​ພື້ນ​ອາ​ຊີ - ປາ​ຊີ​ຟິກ. ຫວຽດ​ນາມ ໄດ້​ຮັບ​ຕີ​ລາ​ຄາ​ວ່າ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ການ​ຕະ​ຫຼາດ ຕາມ​ທິດເປີດ​ເຜີຍກວ່າ ແລະ ເລີ່ມ​ມີ​ບັນ​ດາ​ຜົນ​ປະ​ໂຫຍດ​ຈາກ​ການ​ເຊື່ອມ​ໂຍງ​ຢ່າງ​ໝັ້ນ​ຄົງ ແລະ ຄ່ອຍ​ໆເຊື່ອມ​ໂຍງ​ເຂົ້າ​ກັບ​ລະ​ບົບ​ການ​ຄ້າ​ທົ່​ວ​ໂລກ​.

ຂ່າວ/ບົດ​ອື່ນ