ສະຫນັບສະໜູນ 5,5 ຕື້ດົ່ງໃຫ້ແກ່ກຳລັງ ຕຳຫຼວດທະເລ,ອົງການ ກວດກາການປະມົງ ແລະ ຊາວປະມົງ


ສະຫນັບສະໜູນ 5,5 ຕື້ດົ່ງໃຫ້ແກ່ກຳລັງ ຕຳຫຼວດທະເລ,ອົງການ ກວດກາການປະມົງ ແລະ ຊາວປະມົງ - ảnh 1
(ພາບ:
QĐND)

(vovworld)-  ລາຍການ​ສະ​ແດງ​ສິລະ​ປະ​ພິ​ເສດ “​ເພື່ອ​ເຂດ​ທະ​ເລ​ໝູ່​ເກາະ​ທີ່​ຮັກ​ແພງ“ ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 30/5 ຢູ່​ໂຮງ​ລະຄອນ​ໃຫ່ຍຮ່າ​ໂນ້ຍ. ​ເຫດການ​ດັ່ງກ່າວ​ໂດຍ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ ສົມທົບ​ກັບ​ໂທລະພາບ​ແຫ່ງ​ຊາດ​ຫວຽດນາມ ຈັດ​ຂຶ້ນເພື່ອ​ແນ​ໃສ່​ສະ​ແດງ​ນ້ຳ​ໃຈ​ຮັກ​ຊາດ, ຢັ້ງຢືນ​ອະທິປະ​ໄຕ ເຂດ​ທະ​ເລ​ໝູ່​ເກາະຂອງ​ຫວຽດນາມ ຕໍ່ໜ້າ​ເລື່ອງ​ຈີນ ​ໄດ້ ຕັ້ງຮ້ານເຈາະນ້ຳມັນ​ໄຮ​ຢາງ 981 ຢ່າງຜິດກົດໝາຍໃນເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫ່ລທະ​ຫວີ​ບຂອງຫວຽດນາມ​ໂດຍ​ບັງອາດ. ​ຈຳນວນ​ເງິນ 5,5 ຕື້​ດົ່ງ​ໄດ້​ຮັບ​ໃນ​ລາຍການ​ສະ​ແດງ​ສິລະ​ປະ​ໄດ້​ມອບ​ໃຫ້ກຳລັງ​ຕຳຫຼວດ​ທະ​ເລ, ອົງການ​ກວດກາ​ການ​ປະມົງ ​ແລະ ຊາວ​ປະມົງທີ່​ໄດ້​ຕິດ​ພັນ​ກັບ​ທະ​ເລ./.

ຂ່າວ/ບົດ​ອື່ນ