ສະຫຼຸບ 20 ປີ​ແຫ່ງ​ການ​ປະ​ຕິ​ບັດ​ວ​ຽກ​ງານ​ຂີດ​ເສັ້ນ​ປັກ​ຫຼັກ​ໝາຍ​ຊາຍ​ແດນ​ທາງ​ບົກ ຫວຽດ​ນາມ -ກຳ​ປູ​ເຈຍ

(VOVWORLD) -ວັນທີ 4 ມີນາຢູ່ນະຄອນຝູກວກແຂວງກຽນຢາງກະຊວງການຕ່າງປະເທດຫວຽດນາມໄດ້ຈັດກອງປະຊຸມສະຫຼຸ 20 ປີແຫ່ງການປະຕິບັດວຽກງານຂີດເສັ້ນປັກຫຼັກໝາຍຊາຍແດນທາງບົກລະຫວ່າງຫວຽດນາມ - ກຳປູເຈຍ.

ສະຫຼຸບ 20 ປີ​ແຫ່ງ​ການ​ປະ​ຕິ​ບັດ​ວ​ຽກ​ງານ​ຂີດ​ເສັ້ນ​ປັກ​ຫຼັກ​ໝາຍ​ຊາຍ​ແດນ​ທາງ​ບົກ ຫວຽດ​ນາມ -ກຳ​ປູ​ເຈຍ - ảnh 1ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນກ່າວຄຳເຫັນໄຂກອງປະຊຸມ (ພາບ:  VOV)

ກ່າວຄຳເຫັນໄຂກອງປະຊຸມ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ຖືວ່າ: ກອງປະຊຸມມີຄວາມໝາຍສຳຄັນພິເສດເພື່ອແນໃສ່ຢັ້ງຢືນການປະຕິບັດສຳເລັດ ວຽກງານຂີດເສັ້ນປັກຫຼັກໝາຍຊາຍແດນທາງບົກລະຫວ່າງ ຫວຽດນາມ - ກຳປູເຈຍ ໄດ້ 84%, ສະຫຼຸບ, ລາຄາ ແລະ ຖອດຖອນບົດຮຽ 20 ປີແຫ່ງການຜັນຫຍາຍການເຈລະຈາີດເສັ້ນປັກຫຼັກໝາຍຊາຍແດນທາງບົກ ລະຫວ່າງ ຫວຽດນາມ - ກຳປູເຈຍ (1999 - 2019), ພ້ອມທັງວາງອອກທິດທາງປະຕິບັດວຽກງານຊາຍແດນທາງບົກລະຫວ່າງ ຫວຽດນາມ - ກຳປູເຈຍ ໃນໄລຍະຈະມາເຖິງ, ໃນນັ້ນມີການຊຸກຍູ້ການເຈລະຈາຂີດເສັ້ນປັກຫຼັກໝາຍຊາຍແດນ ທີ່ຍັງເຫຼືອ 16 %. ທ່ານ ບຸຍແທັງເຊີນ ເນັ້ນໜັກວ່າ:

ໝາກຜົນທີ່ສະແດງອອກຢູ່ໃນ ເອກະສານ 2 ສະບັບດັ່ງກ່າວ ໄດ້ປະກອບສ່ວນປັບປຸງຄຸນນະພາບເສັ້ນຊາຍແດນຫວຽດນາມ - ກຳປູເຈຍ ໃຫ້ສົມບູນແບບ ທັງກ່ຽວກັບດ້ານເອກະສານນິຕິກຳ ແລະ ໃນພື້ນທີ່ຕົວຈິງ; ອັນໄດ້ຊ່ວຍໃຫ້ບັນດາກຳລັງທີ່ມີໜ້າທີ່ຮັບຜິດຊອບຂອງສອງປະເທດ ແລະ ປະຊາຊົນເຂດຊາຍແດນ ຮັບຮູ້ເສັ້ນຊາຍແດນໄດ້ຢ່າງງ່າຍດາຍ, ປັບປຸງ ແລະ ຍົກສູງຊີວິດດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນຢູ່ເຂດຊາຍແດນເທື່ອລະກ້າວ, ປະກອບສ່ວນເຂົ້າໃນການຮັກສາ ແລະ ປັບປຸງເສັ້ນຊາຍແດນ ຫວຽດນາມ - ກຳປູເຈຍ ໃຫ້ມີສັນຕິພາບ, ສະຖຽນລະພາບ, ມີມິດຕະພາບ ແລະ ມີການຮ່ວມມືພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ