ສະຫຼຸບ 4 ປີ ປະຕິບັດໂຄງການຂໍ້ລິເລີ່ມປ້ອງກັນ, ຕ້ານໄຂ້ຫວັດສັດປີກ ແລະ ມະຫາໂລກລະບາດ

ສະຫຼຸບ 4 ປີ ປະຕິບັດໂຄງການຂໍ້ລິເລີ່ມປ້ອງກັນ, ຕ້ານໄຂ້ຫວັດສັດປີກ ແລະ ມະຫາໂລກລະບາດ - ảnh 1
ພາບປະກອບ

(vovworld) –  ​ຕອນ​ເຊົ້າ​ວັນ​ທີ 6/8, ຢູ່​ຮ່າ​ໂນ້ຍ ​ໄດ້​ຈັດ​ກອງ​ປະຊຸມ​ສະຫຼຸບ 4 ປີ ​ແຫ່ງ​ການ​ປະຕິບັດໂຄງການ​ຂໍ້​ລິ​ເລີ່​ມປ້ອງ​ກັນ, ຕ້ານ​ໄຂ້ຫວັດ​ສັດ​ປີກ ​ແລະ ມະຫາ​ໂລກລະບາດ​ຂອງ​ອົງການ​ພັດທະນາ​ສາກົນ​ອາ​ເມ​ລິ​ກາ (USAAID)  ​ເພື່ອ​ຄວບ​ຄຸມ​ການ​ແຜ່ລະບາດ ຢູ່​ແຂວງ, ນະຄອນ​ຕ່າງໆຂອງ​ຫວຽດນາມ. ຜ່ານ 4 ປີ ​ແຫ່ງ​ການ​ປະຕິບັດ, ນັບ​ແຕ່​ເດືອນ 10/2009 ມາ​ຮອດ​ປະຈຸ​ບັນ, ​ໂຄງການ​ສາມາດ​ບັນລຸ​ໄດ້ຜົນ​ງານ​ທີ່​ຕັ້ງໜ້າ. ມີ​ຫຼາຍ​ຮູບ​ແບບ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ ​ເພື່ອ​ແນ​ໃສ່​ຍົກ​ສູງ​ລະດັບ​ຄວາມ​ຮູ້,ທັກ​ສະ​ໃຫ້​ແກ່​ພະນັກງານ​ການ​ແພດ​ຢູ່​ຂັ້ນ​ຮາກ​ຖານ, ​ໂຄງການ​ໄດ້​ປະກອບອຸປະກອນ​ອັນ​ຈຳ​ເປັນ​ເພື່ອ​ຊ່ວຍ​ປະຊາຊົນ​ຄົ້ນ​ພົບ​ໂລກລະບາດ​ຢ່າງ​ໄວວາ, ​ແລະ ລາຍ​ງານ​ບັນດາ​ກໍລະນີ​ຕິດ​​ໂລກ​ໄຂ້ຫວັດ​ສັດ​ປີກ​ທີ່​ອັນຕະລາຍ​ຢູ່​ຄົນ ​ແລະ ສັດ​ໃຫ້​ບັນດາ​ອົງການ​ທີ່​ກ່ຽວຂ້ອງ. ຜ່ານ​ນັ້ນ​ຄວບ​ຄຸມ​ໂລກ​ໄຂ້ຫວັດ​ສັດ​ປີ​ທີ່​ຫາ​ກໍ່​ປະກົດ​ຄື (H7N9),  (H5N1). ນອກ​ນັ້ນ, ​ໂຄງການ​ຍັງ​ປັບປຸງ​ພື້ນຖານ​ໂຄງ​ລ່າງ ​ເພື່ອ​ຫຼຸດຜ່ອນ​ການ​ແຜ່​ລະບາດ​ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ