ສະຫລຸບ10ປີແຫ່ງວັນປະຕິບັດກົດໝາຍວ່າດ້ວຍປ້ອງກັນຕ້ານການສໍ້ລາດບັງຫລວງ

ສະຫລຸບ10ປີແຫ່ງວັນປະຕິບັດກົດໝາຍວ່າດ້ວຍປ້ອງກັນຕ້ານການສໍ້ລາດບັງຫລວງ - ảnh 1
ສະຫລຸບ10ປີແຫ່ງວັນປະຕິບັດກົດໝາຍວ່າ
ດ້ວຍປ້ອງກັນຕ້ານການສໍ້ລາດບັງຫລວງ
(ພາບປະກອບ)

(vovworld) -  ບົດ​ລາຍ​ງານ​ທີ່​ກອງ​ປະຊຸມ​ທົ່ວ​ປະ​ເທດ​ສະຫລຸບ 10 ປີ​ແຫ່ງວັນ​ປະຕິບັດກົດໝາຍ​ວ່າ​ດ້ວຍປ້ອງ​ກັນ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 12/07 ຢູ່​ຮ່າ​ໂນ້ຍ ຊີ້​ແຈ້ງວ່າ: ​ໄລຍະ​ຜ່ານ​ມາ, ບັນດາ​ມາດ​ຕະການສະກັດ​ກັ້ນການ​ສໍ້​ລາດ​ບັງ​ຫລວງ​ໄດ້​ຮັບ​ການ​ຍູ້​ແຮງ, ກວດກາ, ຕີ​ລາຄາ, ດັດ​ປັບ​​ເປັນ​ປະຈຳໃຫ້​ເໝາະ​ສົມ​ກ່ວາ. ຫລາຍ​ຄະດີ​ສໍ້​ລາດ​ບັງ​ຫລວງຢ່າງຮ້າຍ​ແຮງ, ສັບສົນ​ຖືກ​ພົບ​ເຫນ, ສຳ​ຫລວດ​ກວດກາ, ​ແກ​້​ໄຂບັນ​ດາ​ຄະດີ​ຢ່າງ​ເຂັ້ມ​ງວດ ​​ໄດ້ມີ​ຄຸນ​ປະ​ໂຫຍ​ດ​ໃນ​ການ​ນາບ​ຂູ່, ສະກັດ​ກັ້ນ​ການ​ກະທຳ​ສໍ້​ລາດ​ບັງ​ຫລວງ. ບັນດາ​ບົດ​ປະກອບຄວາ​ມ​ເຫນ​ທີ່​ກອງ​ປະຊຸມ​ຖື​ວ່າ: ​ເພື່ອ​ໃຫ້​ວຽກ​ງານ​ປ້ອງ​ກັນ, ຕ້ານສໍ້​ລາດ​ບັງ​ຫລວງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ບັນລຸ​ໄດ້​ປະສິດທິ​ຜົນ, ສະກັດ​ກັ້ນ ​ແລະ ຍູ້​ການ​ສໍ້​ລາດ​ບັງ​ຫລວງ​ໃຫ້​ຖອຍ​ໄປ ​ເຊິ່ງຮຽກຮ້ອງ​ຕ້ອງການ​ມີຄວາມ​ຕັດສິນ​ໃຈ​ດ​້ານການ​ເມືອງ​ສູງ ​ແລະ ການ​​ເຂົ້າ​ຮ່ວມຢ່າງຂ້ຽວຂາດ​ຂອງ​ທັງລະບົບ​ການ​ເມືອງ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເຈືອງ​ຮ່ວາ​ບີ​ງ ຊີ້​ແຈ້ງວ່າ:

        “ພາລະ​ກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ພວມ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງຍາກ​ສິ່ງທ້າ​ທາຍ​ຫລາຍ​ຢ່າ​ງ. ​ໃນ​ນັ້ນ​ມີການ​ສໍ້​ລາດ​ບັງ​ຫລວງ. ການ​ສໍ້​ລາດ​ບັງ​ຫລວງ ​ໄດ້​ກໍ່​ບັນດາ​ຜົນ​ຮ້າຍ​ຢ້ອນ​ຫລັງ​​ບໍ່​ດີ ​ໃນ​ຫລາຍ​ດ້ານ ​ເຮັດ​ໃຫ້​​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ຕໍ່ໃນ​ພັກ ​ແລ​ະ ລະບອບຫລຸດຜ່ອນ​ລົງ. ກອງ​ປະຊຸມ​ສະຫລຸບ 10 ປີ​ແຫ່ງ​ວັນ​ປະຕິບັດ​ກົ​ດໝາຍວ່າ​ດ້ວຍ​ປ້ອງ​ກັນ, ຕ້ານການ​ສໍ້​ລາດ​ບັງ​ຫລວງ ຈະ​ຍົກ​ອອກ​ບັນດາ​ຂໍ້​ສະ​ເໜີ​ສຳຄັນ ​ເພື່ອ​ໃຫ້​ລັດຖະບານ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ປັບປຸງກົດໝາຍວ່າ​ດ້ວຍປ້ອງ​ກັນ​ຕ້ານການ​ສໍ້​ລາດ​ບັງຫລວງຢ່າງ​ຮອບດ້ານມີ​ປະສິດທິ​ຜົນ ​ແລະ ​​ແທ​ດຈິງ, ນີ້ກໍ່​ແມ່ນ​ພື້ນຖານ​ສຳຄັນ​ເພື່ອ​ໃຫ້​ພັ​ກ, ລັດ ຍົກ​ອອກລັດຖະນະ​ໂຍບາຍ​ກ່ຽວ​ກັບ​ການປ້ອງ​ກັນ​ຕ້ານ​ການສໍ້​ລາດ​ບັງ​ຫລວງ​ໃນ​ໄລຍະ​ຈະ​ມາ​ເຖິງ.  ”

ຂ່າວ/ບົດ​ອື່ນ