ສະຫລຸບການເສັງຊອກຮູ້ມູນເຊື້ອແຫ່ງການພົວພັນສາມັກຄີ ແບບພິເສດ ລາວ ແລະ ຫວຽດນາມ

ສະຫລຸບການເສັງຊອກຮູ້ມູນເຊື້ອແຫ່ງການພົວພັນສາມັກຄີ     ແບບພິເສດ ລາວ ແລະ ຫວຽດນາມ - ảnh 1


(vovworld) - ຕອນ​ບ່າຍ​ວັນ​ທີ 4/12 ຢູ່ ນະຄອນຫລວງ ວຽງ​ຈັນ, ຄະນະ​ໂຄສະນາ​ອົບ​ຮົບ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ໄດ້​ຈັດພິທີ​ສະຫລຸບ​ການ​ເສັງ​ຊອກ​ຮູ້​ກ່ຽວ​ກັບ​ມູນ​ເຊື້ອ​​ແຫ່ງການ​ພົວພັນ​ສາມັກຄີ​ແບບ​ພິ​ເສດ ລາວ ​ແລະ ຫວຽດນາມ. ​ເຖິງ​ວ່າ ​ໄລຍະ​ເວລາ​ບໍ່​ຫລາຍ​ກໍ​ຕາມ, ​ແຕ່​ການ​ເສັງ​ໄດ້​ດຶງ​ດູດ​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ໃນ​ສັງຄົມ​ເຂົ້າ​ຮ່ວມ​​ເປັນ​ຈຳນວນ​ຫລວງຫລາຍ, ສະ​ແດງ​ໃຫ້​ເຫັນ​ອາລົມ​ຈິດ​ຢ່າງ​ເລິກ​ເຊິ່ງລະຫວ່າງ​ສອງ​ຊາດ. ຄະນະ​ຈັດ​ຕັ້ງ​ໄດ້​ຮັບບົດ​ບັນທຶກ 100 ບົດ, ​ເລື່ອງ​ສັ້ນ, ບົດ​ກາບກອນ 25 ບົດ ​ແລະ ບົດ​ເສັງ​ນັບ​ພັນ​ບົດ​ທີ່​ເຂົ້າ​ຮ່ວມ​ການ​ເສັງຊອກ​ຮູ້​ກ່ຽວ​ກັບ​ມູນ​ເຊື້ອ​ປະຫວັດສາດ​​ແຫ່ງ​ສາຍ​ພົວພັນລະຫວ່າງ ລາວ ​ແລະ ຫວຽດນາມ. ບົດ​ເສັງ​ດັ່ງກ່າວ​ລ້ວນ​ແຕ່​ເວົ້າ​ເຖິງ​ອາລົມ​ຈິດ ຄວາມ​ສາມັກຄີ​ຢ່າງ​ສະຫນິດ​ແຫນ້ນ​ລະຫວ່າງ​ສອງ​ປະ​ເທດ ​ໃນ​ໄລຍະ​ຕໍ່ຕ້ານ​ປົດ​ປ່ອຍ​ຊາດ​ກ່ອນ​ນີ້ ​ແລະ ມີ​ບາງ​ບົດ​ເສັງ​ເວົ້າ​ເຖິງ​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ໃນ​ໄລຍະ​ປະຈຸ​ບັນ. ການ​ເສັງ​ດັ່ງກ່າວ​ແມ່ນ​ການ​ເຄື່ອນ​ໄຫວ​ຂຳ່​ນັບ​ຊົມ​ເຊີຍ​ປີ​ສາມັກຄີ​ມິ​ດຕະພາບ ລາວ ຫວຽດນາມ, ຫວຽດນາມ ລາວ 2012 ພ້ອມ​ທັງ​ກະກຽມ​ໃຫ້​ແກ່​ງານ​ພົບ​ປະ​ແລກປ່ຽນ ​​ລະນຶກ​ມູນ​ເຊື້ອ​​ແຫ່ງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ລາວ ​ແລະ ຫວຽດນາມ ທີ່​ພິທີ​ສະຫລຸບ​ປີ​ສາມັກຄີ​ມິ​ດຕະພາບ ລາວ ຫວຽດນາມ, ຫວຽດນາມ - ລາວ 2012.

ຂ່າວ/ບົດ​ອື່ນ