ສະຫລຸບລາຍການຂໍ້ລິເລີ່ມປ້ອງກັນຕ້ານການສໍ້ລາດບັງຫລວງຢູ່ຫວຽດນາມ

ສະຫລຸບລາຍການຂໍ້ລິເລີ່ມປ້ອງກັນຕ້ານການສໍ້ລາດບັງຫລວງຢູ່ຫວຽດນາມ - ảnh 1
​ກອງ​ປະ​ຊຸມ​ສະ​ຫລຸບ​ລາຍ​ການ​ຂໍ້​ລິ​ເລີ່ມ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ
​ບັງ​ຫລວງ​ຢູ່​ຫວຽດ​ນາມ
ພາບ:TTXVN

(vovworld)- ​ ​ຕອນ​ເຊົ້າ​ວັນ​ທີ 25/9 ຢູ່​ຮ່າ​ໂນ້ຍ, ອົງ​ການກວດ​ກາ​ລັດ​ຖະ​ບານ ສົມ​ທົບ​ກັບ​ທະ​ນາ​ຄານ​ໂລກ ຢູ່ ຫວຽດ​ນາມ ຈັດ​ຕັ້ງ​ກອງ​ປະ​ຊຸມ​ສະ​ຫລຸບ​ລາຍ​ການ​ຂໍ້​ລິ​ເລີ່ມ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ຢູ່​ຫວຽດ​ນາມ. ກອງ​ປະ​ຊຸມ​ໄດ້​ຕີ​ລາ​ຄາ​ບັນ​ດາ​ໝາກ​ຜົນ​ບັນ​ລຸ​ໄດ້, ຖອດ​ຖອນ​ບົດ​ຮຽນ ແລະ ການ​ກະ​ທົບ​ຂອງ​ລາຍ​ການ​ທີ່​ມີ​ຕໍ່​ວຽກ​ງາ​ນ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ພ້ອມ​ທັງ​ຕີ​ລາ​ຄາ​ໂດຍ​ສັງ​ເຂບ, ການ​ກະ​ທົບ​ຂອງ​ລາຍ​ການ​ສຳ​ລັບ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສ​ໍ້​ລາດ​ບັງ​ຫລວງ​ຢູ່​ຫວຽດ​ນາມ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ນາງ ເລ​ທິ​ຖູຍ, ຮອງ​ຫົວ​ຫນ້າ​ອົງ​ການກວດ​ກາ​ລັດ​ຖະ​ບານ ໃຫ້​ຮູ້​ວ່າ:

        “ບັນ​ດາ​ແຜນ​ຮ່າງ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ເຂັ້ມ​ງວດ ແລະ ໄດ້​ຮັບ​ການ​ປະ​ຕິ​ບັດ​ໃນ​ຂອບ​ເຂດກວ້າງ​ຂວາງ ດ້ວຍ​ຈຳ​ນວນ​ຜູ້​ຊົມ​ໃຊ້ ແລະ ເຂົ້າ​ຮ່ວມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ພິ​ເສດ ມີ​ຫລາຍແຜນ​ຮ່າງ ໄດ້​ສົ່ງ​ຜົນ​ກະ​ທົບ​ຢ່າງ​ຈະ​ແຈ້ງ, ສ້າງ​ການ​ປ່ຽນ​ແປງ​ຕັ້ງ​ຫນ້າ​ໃນ​ຄວາມ​ຮັບ​ຮູ້ ແລະ ການ​ກະ​ທຳ​ຂອງວົງ​ຄະ​ນາ​ຍາດ ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ.”

 

ຂ່າວ/ບົດ​ອື່ນ