ສະຫະປະຊາຊາດ ຮຽກຮ້ອງແກ້ໄຂວິກິດການຢູ່ເຂດອ່າວ ເປີເຊຍ

(VOVWORLD) - ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ອີຢິບ ໃຫ້ຂ່າວວ່າ: ວັນທີ 23 ມິຖຸນາ ສະຫະປະຊາຊາດ ໄດ້ຮຽກຮ້ອງແກ້ໄຂວິກິດການນັບມື້ນັບຮ້າຍແຮງຢູ່ເຂດອ່າວ ເປີເຊຍ ພາຍຫລັງ ກາຕາ ຕ້ອງປະເຊີນໜ້າກັບບັນດາຄຳຮຽກຮ້ອງຈາກປະເທດບ້ານໃກ້ເຮືອນຄຽງຕ່າງໆ
ສະຫະປະຊາຊາດ ຮຽກຮ້ອງແກ້ໄຂວິກິດການຢູ່ເຂດອ່າວ ເປີເຊຍ - ảnh 1(ພາບປະກອບ) 

ລວມມີເລື່ອງປິດປະຕູສະຖານີໂທລະພາບ Al – Jazeera. ທ່ານນາງ Eri Kaneko ໂຄສົກສະຫະປະຊາຊາດ ໃຫ້ຮູ້ວ່າ: ສະຫະປະຊາຊາດພ້ອມແລ້ວທີ່ຈະໜູນຊ່ວຍ ຖ້າຫາກ ກາຕາ ແລະ ບັນດາປະເທດທີ່ກ່ຽວຂ້ອງມີຄວາມຮຽກຮ້ອງຕ້ອງການ, ພ້ອມທັງ ປາດຖະໜາວ່າ ສະພາບການຈະໄດ້ຮັບການແກ້ໄຂໂດຍຜ່ານຮູບການເຈລະຈາຢ່າງວ່ອງໄວ. ກ່ອນໜ້ານັ້ນ ຄວາມເຄັ່ງຕຶງປີນຂັ້ນໄດ ພາຍຫລັງ ບາເຣັນ, ອີຢິບ, ອາຣັບບິ ຊະອຸດິ ແລະ ສະຫະລັດ ອາຣັບ ເອມີເຣັດ ຍົກອອກ 13 ຂໍ້ຢ່າງກະທັນຫັນຊຶ່ງ ຮຽກຮ້ອງ ກາຕາ ຕ້ອງປະຕິບັດ ເພື່ອແລກເອົາເລື່ອງຫັນການພົວພັນເປັນປົກກະຕິລະຫວ່າງ 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ