ສະຫະປະຊາຊາດ ແລະ ອາເມລິກາ ມີຄວາມວິຕົກກັງວົນຕໍ່ຄວາມເຄັ່ງຕຶງຢູ່ເຂດຊາຍແດນ ຊີຣີ - ຕວກກີ

(VOVWORLD) -ຜູ້ຕາງໜ້າສະຫະປະຊາຊາດ ຮຽກຮ້ອງໃຫ້ທຸກຝ່າຍຢູ່ ຊີຣີ ເຄົາລົບພັນທະປົກປ້ອງສາມັນຊົນ
ສະຫະປະຊາຊາດ ແລະ ອາເມລິກາ ມີຄວາມວິຕົກກັງວົນຕໍ່ຄວາມເຄັ່ງຕຶງຢູ່ເຂດຊາຍແດນ ຊີຣີ - ຕວກກີ - ảnh 1(ພາບປະກອບ: AFP/TTXVN)

ວັນທີ 23 ສິງຫາ, ສະຫະປະຊາຊາດ ແລະ ອາເມລິກາ ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ບັນດາເຫດບຸກໂຈມຕີຢູ່ໃກ້ກັບເຂດຊາຍແດນທາງທິດເໜືອຂອງ ຊີຣີ.

        ຜູ້ຕາງໜ້າສະຫະປະຊາຊາດ ຮຽກຮ້ອງໃຫ້ທຸກຝ່າຍຢູ່ ຊີຣີ ເຄົາລົບພັນທະປົກປ້ອງສາມັນຊົນ, ໃນສະພາບການໃຊ້ຄວາມຮຸນແຮງພວມປິນຂັ້ນໄດຢູ່ທາງພາກເໜືອຂອງປະເທດນີ້. ສະຫະປະຊາຊາດຢືນຢັນຄຳໝັ້ນສັນຍາໃນເລື່ອງຮ່ວມມືກັບທຸກຝ່າຍທີ່ກ່ຽວຂ້ອງເພື່ອມີ ຊີຣີ ປອດໄພ ແລະ ວັດທະນາຖາວອນ. ໃນຂະນະນັ້ນ, ໂຄສົກກະຊວງການຕ່າງປະເທດ ອາເມລິກາ, ທ່ານ Ned Price ຮຽກຮ້ອງໃຫ້ທຸກຝ່າຍເຄົາລົບບັນດາເສັ້ນຊາຍແດນຢຸດຍິງ.

        ໃນຊຸມປີຜ່ານມາ, ເຂດຊາຍແດນລະຫວ່າງ ຊີຣີ ແລະ ຕວກກີ ໄດ້ເກີດຄວາມເຄັ່ງຕຶງຫຼາຍຂຶ້ນ, ໃນສະພາບທີ່ການປະທະກັນເກີດຂຶ້ນຢ່າງຕໍ່ເນື່ອງລະຫວ່າງກຳລັງປະຊາທິປະໄຕ ຊີຣີ (ໃນນັ້ນບັນດາທະຫານຊາວ Kurd ເປັນແກ່ນສານ) ກັບກຳລັງ ຕວກກີ ແລະ ພັກຝ່າຍ ຊີຣີ ເຊິ່ງ ຕວກກີ ໜູນຫຼັງ.

ຕອບກັບ

ຂ່າວ/ບົດ​ອື່ນ