ສະຫະປະຊາຊາດກ່າວຫາພວກກໍ່ການຮ້າຍໄດ້ກົດຂີ່ຜູກຂາດແມ່ຍິງຢ່າງມີລະບົບ

(VOVWORLD) - ສະຫະປະຊາຊາດຖືວ່າ ບັນດາກຸ່ມກໍ່ການຮ້າຍ ໄດ້ກົດຂີ່ຜູກຂາດແມ່ຍິງນັບແສນໆຄົນ ເຮັດໃຫ້ເຂົາເຈົ້າກາຍເປັນຂ້າທາດ, ຜູ້ເຄາະຮ້າຍຈາກໄພກົດຂີ່ທາງເພດ, ລອບຈັບຕົວ, ການຄ້າມະນຸດ ແລະ ໂທດກຳອື່ນ.

ສະຫະປະຊາຊາດກ່າວຫາພວກກໍ່ການຮ້າຍໄດ້ກົດຂີ່ຜູກຂາດແມ່ຍິງຢ່າງມີລະບົບ - ảnh 1 ທ່ານເລຂາທິການໃຫຍ່ ສປຊ Antonio Guterres

ພາບ:AFP

ກ່າວຄຳເຫັນໃນວັນທີ 1 ມີນາ ທີ່ການພົບປະກັບກຸ່ມບັນດາຜູ້ເປັນເພື່ອນສະກັດກັ້ນລັດທິຫົວຮຸນແຮງ ຊື່ງດຳເນີນຢູ່ ສຳນັກງານ ສປຊ ທີ່ນິວຢອກ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ຊີ້ແຈ້ງວ່າ: ບັນດາອົງການກໍ່ການຮ້າຍ ຕ້ອງມີຄວາມຮັບຜິດຊອບຕໍ່ບັນດາໂທດກຳທີ່ພວກເຂົາກໍ່ຂຶ້ນສຳລັບແມ່ຍິງຢູ່ບັນດາບໍລິເວັນພວກເຂົາຢືດຄອງ. ທ່ານ ເລຂາທິການໃຫຍ່ ສປຊ Antonio Guterres ເນັ້ນຫນັກວ່າ ຫນ້າທີ່ຂອງບັນດາປະເທດໃນໂລກ ແມ່ນປົກປ້ອງບັນດາສິດຂອງແມ່ຍິງ ພ້ອມກັນຮ່ວມມື ເພື່ອສະກັດກັ້ນ ແລະຈຳກັດລັດທິຫົວຮຸນແຮງ ແລະ ຖືວ່າ ນີ້ແມ່ນບັນດາຈຸດສຸມຂອງຍຸດທະສາດພັດທະນາລວມ.

ຕອບກັບ

ຂ່າວ/ບົດ​ອື່ນ