ສະຫະປະຊາຊາດກ່າວເຕືອນກະແສຟອງນັກຮົບຊາວຕ່າງປະເທດເຂົ້າຮ່ວມ IS

ສະຫະປະຊາຊາດກ່າວເຕືອນກະແສຟອງນັກຮົບຊາວຕ່າງປະເທດເຂົ້າຮ່ວມ IS  - ảnh 1
ນັກ​ຮົບຂອງ​ລັດ​ອິດ​ສະ​ລາມ IS ໂດຍ​ຂະ​ໜານ​ນາມ​ເອງ (ພາບ:AP)

(vovworld)- ບັນ​ດາ​ບຸກ​ຄົນ​ຫົວ​ຮຸນ​ແຮງ​ທີ່​ມາ​ຈາກກວ່າ 80 ປະ​ເທດ ພວມໄປ​ຮອດ​ອີ​ຣັກ ແລະ ຊີ​ຣີ​ເພື່ອ​ເຂົ້າ​ຮ່ວມ​ການ​ສູ້​ຮົບ​ດ້ວຍ​ຈຳ​ນວນຫຼາຍ​ທີ່ບໍ່​ເຄີຍ​ມີ​ມາ​ກ່ອນ. ນີ້​ແມ່ນ​ຄຳ​ກ່າວ​ເຕືອນ ຖືກ​ຍົກ​ອອກ​ມາ​ໃນ​ເອ​ກະ​ສານ​ທີ່​ຫາ​ກໍ​ປະ​ກາດ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ.ປ.ຊ. ໜັງ​ສື​ພິມ “ Guardian” ຂອງ​ອັງ​ກິດສະ​ບັບ​ອອກ​ເມື່ອ​ວັນ​ທີ 31/10 ໄດ້​ຄັດ​ສະ​ເໜີ​ບົດ​ລາຍ​ງານ​ດັ່ງ​ກ່າວ ໃຫ້​ຮູ້​ວ່າ ນັກ​ຮົບ​ຊາວ​ຕ່າງ​ປະ​ເທດ​ປະ​ມານ 15000 ຄົນ​ໄດ້​ມາ​ເພື່ອ​ສູ້​ຮົບ​ໃຫ້​ໃນ​ຖັນ​ແຖວ​ຂອງ​ລັດ​ອິດ​ສະ​ລາມ IS ໂດຍ​ຂະ​ໜານ​ນາມ​ເອງ. ສະ​ພາ​ຄວາມ​ໝັ້ນ​ຄົງ ສ.ປ.ຊ ໃຫ້​ຮູ້​ວ່າ ໄດ້​ມີ​ພະ​ຍານຫຼັກ​ຖານ​ກຢັ້ງ​ຢືນ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະ​ຫວ່າງ​ພວກກໍ່​ການ​ຮ້າຍ​ທີ່​ມາ​ຈາກ​ຝະ​ລັ່ງ, ລັດ​ເຊຍ, ແລະ ອັງ​ກິດ. 

ຂ່າວ/ບົດ​ອື່ນ