ສະຫະປະຊາຊາດສົມທົບກັນເປີດເສັ້ນທາງຂົນສົ່ງທັນຍາຫານຢູ່ ຢູແກຼນ

(VOVWORLD) -ຕວກກີ ພ້ອມກັບ ລັດເຊຍ, ຢູແກຼນ ແລະ ສະຫະປະຊາຊາດ ພວມກະກຽມເປີດແລວເພື່ອໃຫ້ບັນດາກ່ຳປັ່ນຂົນສົ່ງທັນຍາຫານອອກຈາກ ຢູແກຼນ ດ້ວຍຄວາມປອດໄພ.
ສະຫະປະຊາຊາດສົມທົບກັນເປີດເສັ້ນທາງຂົນສົ່ງທັນຍາຫານຢູ່ ຢູແກຼນ - ảnh 14 ຝ່າຍ ພວມກະກຽມເປີດແລວເພື່ອໃຫ້ບັນດາກ່ຳປັ່ນຂົນສົ່ງທັນຍາຫານອອກຈາກ ຢູແກຼນ ດ້ວຍຄວາມປອດໄພ
(ພາບປະກອບ: AFP/TTXVN)

ວັນທີ 02 ມິຖຸນາ, ສຳນັກຂ່າວສານແຫ່ງຊາດ Anadolu ຂອງ ຕວກກີ ໄດ້ຄັດແຫຼ່ງຂ່າວທາງການທູດໂດຍໃຫ້ຮູ້ວ່າ, ປະເທດນີ້ ພ້ອມກັບ ລັດເຊຍ, ຢູແກຼນ ແລະ ສະຫະປະຊາຊາດ ພວມກະກຽມເປີດແລວເພື່ອໃຫ້ບັນດາກ່ຳປັ່ນຂົນສົ່ງທັນຍາຫານອອກຈາກ ຢູແກຼນ ດ້ວຍຄວາມປອດໄພ.

        ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ຕວກກີ Mevlut Cavusoglu ຢັ້ງຢືນວ່າ ສະຫະປະຊາຊາດໄດ້ສະເໜີໃຫ້ສ້າງຕັ້ງກຸ່ມພົບປະ 4 ຝ່າຍ, ລວມມີ: ລັດເຊຍ, ຢູແກຼນ, ຕວກກີ ແລະ ສະຫະປະຊາຊາດ ເພື່ອແນໃສ່ແກ້ໄຂການເຄື່ອນໄຫວໄປມາຂອງບັນດາກ່ຳປັ່ນຂົນສົ່ງທັນຍາຫານຈາກບັນດາທ່າກ່ຳປັ່ນຂອງ ຢູແກຼນ ແລະ Ankara ໄດ້ເຫັນດີດ້ານຫຼັກການກັບຂໍ້ສະເໜີຂອງສະຫະປະຊາຊາດ. ບັນດາຝ່າຍພວມມີແຜນການຈັດກອງປະຊຸມຢູ່ Istanbul ໃນ 2 – 3 ມື້ຈະມາເຖິງ ເພື່ອປຶກສາຫາລືລາຍລະອຽດກ່ຽວກັບທິດທາງເດີນຂອງບັນດາກ່ຳປັ່ນຂົນສົ່ງທັນຍາຫານຢ່າງປອດໄພ.

        ແລະກໍ່ໃນວັນທີ 02 ມິຖຸນາ, ກະຊວງປ້ອງກັນປະເທດ ລັດເຊຍ ຖະແຫຼງວ່າ ບັນດາກ່ຳປັ່ນຂົນສົ່ງທັນຍາຫານສາມາດອອກຈາກທ່າກ່ຳປັ່ນຂອງ ຢູແກຼນ ຢູ່ແຄມທະເລດຳ ຜ່ານບັນດາ “ແລວມະນຸດສະທຳ” ແລະ ມົດສະກູ ພ້ອມແລ້ວທີ່ຈະຮັບປະກັນຄວາມປອດໄພໃຫ້ບັນດາກ່ຳປັ່ນດັ່ງກ່າວ.

        ໃນເຫດການທີ່ກ່ຽວຂ້ອງ, ຕອນຄ່ຳວັນທີ 02 ມິຖຸນາ (ຕາມເວລາ ຫວຽດນາມ), ອົງການບັນດາປະເທດສົ່ງອອກນ້ຳມັນ ແລະ ຄູ່ຮ່ວມມື (OPEC+) ໄດ້ເຫັນດີເພີ່ມປະລິມານຂຸດຄົ້ນນ້ຳມັນດິບສູງກວ່າການຄາດຄະເນ ໃນສະພາບທີ່ລາຄານ້ຳມັນເພີ່ມຂຶ້ນ ແລະ ສະຫະພາບເອີລົບ ຫາກໍ່ມີແຈ້ງການຫ້າມນ້ຳເຂົ້ານ້ຳມັນຈາກ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ